ທີ່ພິທີເຊັນຂໍ້ຕົກລົງຮ່ວມມື, ສອງເມືອງໄດ້ແຈ້ງໃຫ້ກັນຮັບຊາບບາງໝາກຜົນທີ່ບັນລຸໄດ້ໃນການປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມ ແລະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການກໍ່ສ້າງພັກ ແລະປັບປຸງລະບົບການເມືອງ ກໍ່ຄືວຽກງານສົມທົບກັນລະຫວ່າງບັນດາຝ່າຍໃນໄລຍະຜ່ານມາ. ສອງຝ່າຍໄດ້ຕີລາຄາຄືນໝາກຜົນຂອງການປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງເມືອງກວານເຊີນ ແລະເມືອງວຽງໄຊ ໄລຍະ 2018-2020 ແລະແຕ່ປີ 2020 ມາຮອດປະຈຸບັນ.

leftcenterrightdel
ການນໍາເມືອງກວານເຊີນ ແລະເມືອງວຽງໄຊ ມອບ-ຮັບຂໍ້ຕົກລົງຮ່ວມມື ໄລຍະ 2022-2025. ພາບ: Baothanhhoa.vn

ບົນພື້ນຖານບັນດາໝາກຜົນທີ່ບັນລຸໄດ້ໃນການຜັນຂະຫຍາຍຂໍ້ຕົກລົງຮ່ວມມືລະຫວ່າງສອງເມືອງກວານເຊີນ-ວຽງໄຊ ໃນໄລຍະຜ່ານມາ ເພື່ອແນໃສ່ສືບຕໍ່ປັບປຸງ ແລະເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືລະຫວ່າງເມືອງກວານເຊີນ ແລະເມືອງວຽງໄຊ, ປະກອບສ່ວນປັບປຸງ ແລະເພີ່ມທະວີ, ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ, ສອງຝ່າຍໄດ້ເຫັນດີເປັນເອກະພາບເຊັນຂໍ້ຕົກລົງຮ່ວມມື ໄລຍະ 2021-2025 ໂດຍສຸມໃສ່ເຂົ້າໃນການຮ່ວມມືດ້ານການເມືອງ, ການພົວພັນຕ່າງປະເທດ; ການຮ່ວມມືໃນບັນດາຂົງເຂດເສດຖະກິດ-ສັງຄົມ, ສາທາລະນະສຸກ, ວັດທະນະທໍາ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ທີ່ພິທີເຊັນລາຍການຮ່ວມມື, ສອງຝ່າຍໄດ້ມອບ-ຮັບຂອງຂວັນທີ່ມີຄວາມໝາຍໃຫ້ກັນ.

ໂດຍ: ຈາງຫງວຽນ