ເພີ່ມທະວີການຮ່ວມມືລະຫວ່າງທະຫານເຂດ 4 ແລະກອງທັບປະຊາຊົນລາວ
    
    
    
        
            
ກປ.ອອນໄລ - ຕອນເຊົ້າວັນທີ 17 ພຶດສະພາ, ທີ່ເທດສະບານເມືອງເກື໊ອລໍ່ (ແຂວງເງະອານ), ກອງບັນຊາການທະຫານເຂດ 4 ແລະຄະນະຜູ້ແທນກອງທັບປະຊາຊົນລາວ ຈັດຕັ້ງກອງປະຊຸມຮ່ວມ ຕີລາຄາຜົນການຮ່ວມມືໃນຊຸມປີຜ່ານມາ ແລະປຶກສາຫາລືມາດຕະການປະຕິບັດແຜນການຮ່ວມມືປີ 2022. 
        
        
        
            
	
		
			
				     | 
		
		
			
				  | 
		
		
			| 
				ທະຫານເຂດ 4 ແລະຄະນະປະຕິບັດງານກອງທັບປະຊາຊົນລາວ ລົງນາມໃນບົດບັນທຶກວ່າດ້ວຍການຮ່ວມມືປີ 2022. ພາບ: ຮວາເລ. | 
		
	
	ໃນຊຸມປີຜ່ານມາ, ສະພາບຄວາມໝັ້ນຄົງດ້ານການເມືອງຢູ່ເຂດຊາຍແດນຕິດກັບລາວ ໃນບໍລິເວນທະຫານເຂດ 4 ມີການຫັນປ່ຽນຢ່າງຕັ້ງໜ້າ, ການດໍາລົງຊີວິດດ້ານວັດຖຸ ແລະຈິດໃຈຂອງປະຊາຊົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ; ສາຍພົວພັນຮ່ວມມືລະຫວ່າງສອງຝ່າຍນັບມື້ນັບໄດ້ຮັບການປັບປຸງ ແລະເພີ່ມທະວີ, ປະກອບສ່ວນສ້າງເສັ້ນຊາຍແດນຫວຽດນາມ-ລາວ ສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະພັດທະນາ. ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບສຸມໃສ່ປ່ຽນແປງໃໝ່, ຍົກສູງປະສິດທິຜົນການສົມທົບກັນເຄື່ອນໄຫວ, ເພີ່ມທະວີການແລກປ່ຽນຄະນະ, ການຮ່ວມມືໃນຫຼາຍຂົງເຂດ, ສືບຕໍ່ເສີມຂະຫຍາຍມູນເຊື້ອມິດຕະພາບ, ນໍ້າໃຈສາມັກຄີແບບພິເສດຫວຽດນາມ-ລາວ. ທີ່ກອງປະຊຸມ, ສອງຝ່າຍ ໄດ້ລົງນາມໃນບົດບັນທຶກວ່າດ້ວຍການຮ່ວມມື ແລະມອບຂອງຂວັນທີ່ລະນຶກ.
	ໂດຍ: ທູຈາງ