leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: hanoimoi.com.vn.

ໃນຊຸມປີຜ່ານມາ, ສາຍພົວພັນຮ່ວມມືລະຫວ່າງນະຄອນຫຼວງຂອງສອງປະເທດຫວຽດນາມ-ລາວ ຍາມໃດກໍ່ໄດ້ຮັບການເພີ່ມທະວີ ແລະພັດທະນາຢ່າງຮອບດ້ານໃນທຸກຊ່ອງທາງ ດ້ວຍຫຼາຍໂຄງການທີ່ມີປະສິດທິຜົນໃນຂົງເຂດຕ່າງໆ. ບົດບັນທຶກຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງອົງຄະນະພັກ, ອໍານາດການປົກຄອງນະຄອນຫຼວງຮ່າໂນ້ຍ ກັບອົງຄະນະພັກ, ອໍານາດການປົກຄອງນະຄອນຫຼວງວຽງຈັນ ໄລຍະ 2022-2025 ຜ່ານມາ ມີເນື້ອໃນຮອບດ້ານ, ກວມລວມ ແລະແມ່ນຂອບເຂດສໍາຄັນ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືລະຫວ່າງນະຄອນຫຼວງຂອງສອງປະເທດ ໃນໄລຍະຈະມາເຖິງ.

leftcenterrightdel
ຄະນະຜູ້ແທນສະພາປະຊາຊົນນະຄອນຮ່າໂນ້ຍ ມອບຂອງຂວັນທີ່ລະນຶກໃຫ້ສະພາປະຊາຊົນນະຄອນຫຼວງວຽງຈັນ. ພາບ: hanoimoi.com.vn.

ສອງຝ່າຍສະແດງຄວາມເຊື່ອໝັ້ນຕໍ່ໝາກຜົນການຮ່ວມມືສອງຝ່າຍ ລະຫວ່າງສອງອົງການສະພາປະຊາຊົນເວົ້າສະເພາະ ແລະລະຫວ່າງນະຄອນຫຼວງ ສອງປະເທດເວົ້າລວມ ໃນໄລຍະຈະມາເຖິງ, ຕາມນັ້ນແລ້ວຈະເປີດກວ້າງບັນດາຂົງເຂດໃໝ່, ຊອກຫາກາລະໂອກາດ ຂຸດຄົ້ນຄວາມສາມາດບົ່ມຊ້ອນລະຫວ່າງສອງຝ່າຍ; ເພີ່ມພູນຄູນສ້າງ ແລະເພີ່ມທະວີນໍ້າໃຈສາມັກຄີ, ມິດຕະພາບ, ການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ, ລະຫວ່າງນະຄອນຫຼວງຮ່າໂນ້ຍ ແລະນະຄອນຫຼວງວຽງຈັນ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊ່ົວກາລະນານ.

ໂດຍ: ທູຈາງ