ທີ່ການຕ້ອນຮັບ, ທ່ານ ເວືອງດິ່ງເຫວ້ ໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ສາຍພົວພັນຮ່ວມມືທີ່ແໜ້ນແຟ້ນລະຫວ່າງລະບົບສານປະຊາຊົນສອງປະເທດ, ຢັ້ງຢືນວ່າ ການນໍາພັກ, ລັດ ແລະສະພາແຫ່ງຊາດຫວຽດນາມ ເອົາໃຈໃສ່ເປັນພິເສດເຖິງວຽກງານຕຸລາການ. ຫວຽດນາມ ພວມມານະພະຍາຍາມປະຕິບັດຍຸດທະສາດປະຕິຮູບດ້ານຕຸລາການ ແລະບັນລຸໄດ້ໝາກຜົນສໍາຄັນຫຼາຍຢ່າງ, ໃນນັ້ນສານປະຊາຊົນມີທີ່ຖານະ, ບົດບາດສໍາຄັນ. ສານປະຊາຊົນແມ່ນອົງການພິພາກສາ, ປະຕິບັດສິດຕຸລາການ, ມີໜ້າທີ່ປົກປ້ອງຄວາມຍຸຕິທຳ, ປົກປ້ອງສິດຂອງມະນຸດ, ສິດຂອງພົນລະເມືອງ, ປົກປ້ອງລະບອບສັງຄົມນິຍົມ, ຜົນປະໂຫຍດຂອງລັດ, ສິດ ແລະຜົນປະໂຫຍດອັນຊອບທໍາຂອງບັນດາອົງການຈັດຕັ້ງ ແລະບຸກຄົນ.

ທ່ານ ເວືອງດິ່ງເຫວ້  ໃຫ້ຮູ້ວ່າ, ສານທີ່ຫວຽດນາມ ມີບົດບາດສໍາຄັນທີ່ສຸດໃນການປະຕິບັດຍຸດທະສາດປະຕິຮູບດ້ານຕຸລາການ ຮອດປີ 2020 ຕາມເນື້ອໃນຈິດໃຈມະຕິເລກທີ 49 ຂອງກົມການເມືອງວ່າດ້ວຍຍຸດທະສາດປະຕິຮູບດ້ານຕຸລາການ ຮອດປີ 2020. ໃນປັດຈຸບັນ, ຫວຽດນາມ ພວມສ້າງ “ຍຸດທະສາດສ້າງ ແລະປັບປຸງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ ຮອດປີ 2030, ກໍານົດທິດຮອດປີ 2045 ໃຫ້ສົມບູນແບບ”, ໃນນັ້ນມີຫຼາຍເນື້ອໃນສໍາຄັນ ແນໃສ່ຍົກສູງປະສິດທິຜົນການເຄື່ອນໄຫວຂອງລະບົບສານ. ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນກັບປະເທດລາວ ເພື່ອຍົກສູງຄຸນນະພາບການເຄື່ອນໄຫວຂອງສານ, ໜູນຊ່ວຍວຽກງານບໍາລຸງສ້າງພະນັກງານໃນຂະແໜງສານ.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານນາງ ວຽງທອງ ສີພັນດອນ ໃຫ້ຮູ້ວ່າ ໃນໄລຍຜ່ານມາ, ສານຂອງສອງປະເທດໄດ້ຮັກສາການເຄື່ອນໄຫວຮ່ວມມືຢ່າງມີປະສິດທິຜົນ, ແທດຈິງ ແລະໄດ້ຮັບການໜູນຊ່ວຍຫຼາຍຢ່າງຈາກຫວຽດນາມ. ສານປະຊາຊົນສູງສຸດສອງປະເທດ  ກໍ່ເຫັນດີເປັນເອກະພາບຕໍ່ທິດທາງຮ່ວມມືໃນໄລຍະຈະມາເຖິງ, ໃນນັ້ນມີເລື່ອງໜູນຊ່ວຍຍົກສູງຄຸນນະພາບພື້ນຖານໂຄງລ່າງໃຫ້ແກ່ລະບົບສານ;  ບໍາລຸງ-ກໍ່ສ້າງ ແລະຍົກສູງຄຸນນະພາບຖັນແຖວຜູ້ພິພາກສາ. ສອງຝ່າຍກໍ່ເຫັນດີເປັນເອກະພາບຕໍ່ຫຼາຍເນື້ອໃນຫົວເລື່ອງສະເພາະລະອຽດ; ສືບຕໍ່ປະຕິບັດຂໍ້ຕົກລົງວ່າດ້ວຍເລື່ອງໝູນວຽນຈັດຕັ້ງກອງປະຊຸມສານລະຫວ່າງສາມປະເທດຫວຽດນາມ-ລາວ-ກໍາປູເຈຍ.

ທ່ານນາງ ວຽງທອງ ສີພັນດອນ ກໍ່ສະແດງຄວາມປາດຖະໜາຢາກ ສືບຕໍ່ໄດ້ຮັບການສະໜັບສະໜູນ, ຄວາມເອົາໃຈໃສ່ ແລະການໜູນຊ່ວຍຂອງປະທານສະພາແຫ່ງຊາດ ແລະສະພາແຫ່ງຊາດຫວຽດນາມ ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງສານຂອງສອງປະເທດ; ສືບຕໍ່ແບ່ງປັນບົດຮຽນໃນກົນໄກສົມທົບກັນລະຫວ່າງສະພາແຫ່ງຊາດ, ບັນດາກໍາມາທິການຂອງສະພາແຫ່ງຊາດ ແລະອົງການສານໃນການແກ້ໄຂຈົດໝາຍ, ໜັງສືຮ້ອງຟ້ອງ, ຄໍາເຫັນ, ຄໍາສະເໜີຂອງປະຊາຊົນ.

ໂດຍ: ທູຈາງ