ທີ່ການເຮັດວຽກ, ທ່ານຮອງປະທານ  ດວ່ານເຕິ໊ນບືວ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ແຂວງດົ່ງທາບ ຍາມໃດກໍ່ຮັກສາການຈັດຕັ້ງກິດຈະກໍາເຄື່ອນໄຫວຫຼາຍຢ່າງແທດຈິງ ເພື່ອປະກອບສ່ວນປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະລາວ. ຕາມນັ້ນແລ້ວ, ໃນຫຼາຍປີຜ່ານມາ, ແຂວງຍາມໃດກໍ່ສ້າງເງື່ອນໄຂສະດວກ, ຊ່ວຍເຫຼືອ ແລະໜູນຊ່ວຍນັກສຶກສາລາວ ທີ່ມາຮ່ຳຮຽນຢູ່ຕາມໂຮງຮຽນແຫ່ງຕ່າງໆຂອງແຂວງດົ່ງທາບ.

leftcenterrightdel
ການນໍາແຂວງດົ່ງທາບ ຖ່າຍຮູບເປັນທີ່ລະນຶກກັບຫົວໜ້າສະຖານກົງສູນໃຫຍ່ລາວ ປະຈຳ ນະຄອນໂຮ່ຈີມິນ. ພາບ: baodongthap.vn

ທ່ານນາງ ພິມພາ ແກ້ວມີໄຊ ໄດ້ຂອບໃຈການນໍາແຂວງດົ່ງທາບ ທີ່ໄດ້ເອົາໃຈໃສ່ ແລະສ້າງເງື່ອນໄຂສະດວກໃຫ້ນັກສຶກສາລາວ ທີ່ມາຮໍ່າຮຽນຢູ່ທ້ອງຖິ່ນ. ທ່ານນາງ ພິມພາ ແກ້ວມີໄຊ ຫວັງວ່າ ໃນໄລຍະຈະມາເຖິງ, ການເຄື່ອນໄຫວພົບປະແລກປ່ຽນ, ການຮ່ວມມື ແລະມິດຕະພາບລະຫວ່າງແຂວງດົ່ງທາບ ແລະບັນດາທ້ອງຖິ່ນຂອງລາວ ຈະສືບຕໍ່ໄດ້ຮັບການເພີ່ມທະວີປະຕິບັດ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບແບບພິເສດລະຫວ່າງຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

ເນື່ອງໃນໂອກາດນີ້, ຫົວໜ້າສະຖານກົງສູນໃຫຍ່ແຫ່ງ ສປປ ລາວ ປະຈຳ ນະຄອນ ໂຮ່ຈີມິນ ໄດ້ໄປຢ້ຽມຢາມນັກສຶກສາລາວ ທີ່ພວມຮຽນຢູ່ວິທະຍາໄລການແພດດົ່ງທາບ.

ໂດຍ: ທະນາພອນ