leftcenterrightdel
ທ່ານ ຫງວຽນແອັງຕ໊ວນ ເລຂາຜູ້ທີໜຶ່ງສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ຕ້ອນຮັບທ່ານ ອາລຸນໄຊ ສູນນະລາດ ເລຂາຜູ້ທີໜຶ່ງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ. ພາບ:  tienphong.vn.

ຕາມທ່ານ ຫງວຽນແອັງຕ໊ວນ, ປີ 2022 ແມ່ນປີທີ່ມີຄວາມໝາຍສຳຄັນພິເສດສໍາລັບສອງປະເທດຫວຽດນາມ-ລາວ ເມື່ອສອງປະເທດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື, ປີສາມັກຄີມິດຕະພາບ. ໄວໜຸ່ມສອງປະເທດຄວນມີຄວາມຮັບຜິດຊອບສືບທອດ, ເພີ່ມພູນຄູນສ້າງສາຍພົວພັນແບບພິເສດຫວຽດນາມ-ລາວ ໃຫ້ໝັ້ນຄົງຍືນຍົງ, ສວຍງາມກວ່າອີກ.

leftcenterrightdel
ຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ:  tienphong.vn.

ທ່ານ ຫງວຽນແອັງຕ໊ວນ ສະເໜີວ່າ ຄະນະຊາວໜຸ່ມສອງປະເທດ ຄວນສົມທົບກັນຈັດຕັ້ງກິດຈະກຳສະເຫຼີມສະຫຼອງຢ່າງມີປະສິດທິຜົນ, ມີຄວາມໝາຍ ແລະແທດຈິງ; ຕີລາຄາ, ສະຫຼູບກິດຈະກຳຮ່ວມມືໄລຍະ 2017-2022 ແລະກະກຽມ, ເປັນເອກະພາບຕໍ່ກັບເນື້ອໃນທີ່ໄດ້ຕົກລົງຮ່ວມມືໄລຍະ 2022-2027 ໂດຍໄວ.

ຕາມທ່ານ ຫງວຽນແອັງຕ໊ວນ, ສູນກາງຊາວໜຸ່ມສອງປະເທດ ກໍ່ຈະລົງນາມໃນຂໍ້ຕົກລົງຮ່ວມມືກໍ່ສ້າງສູນກໍ່ສ້າງ-ບໍາລຸງຊາວໜຸ່ມເຍົາວະຊົນລາວ-ຫວຽດນາມ ຢູ່ລາວ. ສອງຝ່າຍຈະສົມທົບກັນຢ່າງແໜ້ນແຟ້ນ ແລະມີປະສິດທິຜົນກະກຽມເງື່ອນໄຂທີ່ຈໍາເປັນເພື່ອເລີ່ມລົງມືກໍ່ສ້າງໂດຍໄວ ແລະກໍ່ສ້າງສໍາເລັດຖືກກັບຄວາມຄືບໜ້າ, ຮັບປະກັນຄຸນນະພາບ.

ໂດຍ: ທູຈາງ