leftcenterrightdel
ຜູ້ແທນເຂົ້າຮ່ວມພິທີເຊັນສັນຍາຮ່ວມມື. ພາບ: ສໍານັກຂ່າວສານຫວຽດນາມ.

ໃນນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນກ່ຽວກັບວຽກງານກໍ່ສ້າງພັກ, ສ້າງລະບົບການເມືອງຢ່າງເປັນປະຈໍາ; ເພີ່ມທະວີການຮ່ວມມື, ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະຂັ້ນກົມຂອງສອງຄະນະຈັດຕັ້ງ, ດ້ວຍເນື້ອໃນແທດຈິງ, ຕິດພັນກັບວຽກງານກໍ່ສ້າງພັກ; ຍູ້ແຮງວຽກງານໂຄສະນາກ່ຽວກັບການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ໃນໝູ່ພະນັກງານ, ສະມາຊິກພັກ, ປະຊາຊົນທຸກຊັ້ນວັນນະ; ສົມທົບ, ເຂົ້າຮ່ວມຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືລະຫວ່າງຫວຽດນາມ ແລະລາວ ໃນປີ 2022.

ສິ້ນສຸດການພົບປະເຈລະຈາທາງໄກ, ທ່ານນາງ ເຈືອງທິມາຍ ແລະທ່ານນາງ ສີໃສ ລືເດດມູນສອນ ໄດ້ເຊັນຂໍ້ຕົກລົງຮ່ວມມືລະຫວ່າງສອງຄະນະຈັດຕັ້ງສູນກາງຂອງສອງພັກໄລຍະ 2022-2026.

ໂດຍ: ເກື່ອງດັ້ງ