ແຂວງດົ່ງນາຍ ແລະແຂວງຈໍາປາສັກ ລົງນາມຮ່ວມມືໃນຫຼາຍຂົງເຂດ
    
    
    
        
            
ກປ.ອອນໄລ - ວັນທີ 28 ທັນວາ, ຄະນະກໍາມະການປະຊາຊົນແຂວງດົ່ງນາຍ ຈັດຕັ້ງພິທີລົງນາມບົດບັນທຶກຊ່ວຍຈໍາວ່າດ້ວຍການເພີ່ມທະວີການພົວພັນຮ່ວມມືມິດຕະພາບລະຫວ່າງຄະນະກໍາມະການປະຊາຊົນແຂວງດົ່ງນາຍ ແລະອໍານາດການປົກຄອງແຂວງຈໍາປາສັກ ໄລຍະ 2022-2026 ຜ່ານລະບົບທາງໄກ. ທ່ານນາງ ພິມພາ ແກ້ວມີໄຊ ຫົວໜ້າສະຖານກົງສູນໃຫຍ່ລາວ ປະຈໍາ ນະຄອນໂຮ່ຈີມິນ ເຂົ້າຮ່ວມພິທີລົງນາມ.
        
        
        
            
	
		
			
				     | 
		
		
			
				  | 
		
		
			| 
				ທ່ານ ກາວຕຽນຢຸ້ງ ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງດົ່ງນາຍ ລົງນາມບົດບັນທຶກຊ່ວຍຈໍາວ່າດ້ວຍການເພີ່ມທະວີການພົວພັນຮ່ວມມືມິດຕະພາບລະຫວ່າງແຂວງດົ່ງນາຍ ແລະແຂວງຈໍາປາສັກ ໄລຍະ 2022-2026. ພາບ: baodongnai.com.vn. | 
		
	
	ສອງແຂວງເຫັນດີເປັນເອກະພາບເພີ່ມທະວີການພົວພັນມິດຕະພາບ, ຊຸກຍູ້ການຮ່ວມມືດ້ານກໍ່ສ້າງພັກ ແລະອໍານາດການປົກຄອງທ້ອງຖີ່ນ, ສາທາລະນະສຸກ, ການສຶກສາ, ກໍ່ສ້າງຊັບພະຍາກອນມະນຸດ, ການຄ້າ, ການທ່ອງທ່ຽວ, ການພົບປະແລກປ່ຽນດ້ານວັດທະນະທໍາ... ສອງຝ່າຍຈະຈັດຕັ້ງລາຍການແລກປ່ຽນລັດຖະກອນໄປຮຽນພາສາລາວ, ພາສາຫວຽດນາມ ຫຼື ຂະແໜງການຕ່າງໆ; ຈັດຕັ້ງບັນດາຄະນະສົ່ງເສີມການລົງທຶນ, ສ້າງເງື່ອນໄຂໃຫ້ວິສາຫະກິດສອງຝ່າຍຊອກຮູ້, ພັດທະນາຕະຫຼາດ... ຕາມການນໍາແຂວງດົ່ງນາຍ ແລ້ວ, ເລື່ອງສອງແຂວງສືບຕໍ່ລົງນາມບົດບັນທຶກຊ່ວຍຈໍາ ໄລຍະ 2022-2026 ຈະປະກອບສ່ວນເຮັດໃຫ້ສາຍພົວພັນຮ່ວມມືມິດຕະພາບແບບພິເສດລະຫວ່າງຫວຽດນາມ-ລາວ ເວົ້າລວມ, ແຂວງດົ່ງນາຍ ແລະແຂວງຈໍາປາສັກ ເວົ້າສະເພາະ ເລິກເຊິ່ງກວ່າອີກ.
	ໂດຍ: ຈາງຫງວຽນ