ຕາງໜ້າການນໍາກະຊວງ, ທ່ານ ຫງວຽນກວກຢຸ້ງ ອວຍພອນທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ພ້ອມກັບພະນັກງານ, ພາລະກອນທຸກຄົນຂອງສະຖານທູດລາວ; ຕີລາຄາສູງຕໍ່ຜົນງານອັນໃຫຍ່ຫຼວງທີ່ລາວ ບັນລຸໄດ້ໃນກິດຈະການສ້າງສາ, ພັດທະນາ ແລະປົກປັກຮັກສາປະເທດໃນຕະຫຼອດ 46 ປີຜ່ານມາ, ພິເສດແມ່ນພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່.

leftcenterrightdel
ທ່ານ ຫງວຽນກວກຢຸ້ງ ແລະທ່ານ ແສງເພັດ ຮຸ່ງບຸນຍວງ ຖ່າຍຮູບເປັນທີ່ລະນຶກພ້ອມກັບຄະນະຜູ້ແທນກະຊວງການຕ່າງປະເທດ, ພະນັກງານ, ພາລະກອນສະຖານທູດລາວ. ພາບ: ກວາງຮວ່າ.

ຮອງລັດຖະມົນຕີຕ່າງປະເທດຫວຽດນາມ ກໍ່ໄດ້ຕີລາຄາສູງຕໍ່ການປະກອບຂອງທ່ານ ແສງເພັດ ຮຸ່ງບຸນຍວງ ໃນການເພີ່ມທະວີສາຍພົວພັນການຮ່ວມມືລະຫວ່າງສອງປະເທດ, ຫວັງວ່າໃນໄລຍະຈະມາເຖິງ, ເອກອັກຄະລັດຖະທູດ ແລະພະນັກງານສະຖານທູດລາວ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບກະຊວງການຕ່າງປະເທດຫວຽດນາມ ໃນການກະກຽມໃຫ້ແກ່ການເຄື່ອນໄຫວພົວພັນຕ່າງປະເທດສໍາຄັນລະຫວ່າງສອງປະເທດ.

ທ່ານ ແສງເພັດ ຮຸ່ງບຸນຍວງ ຂອບໃຈຕໍ່ການຕີລາຄາອັນດີງາມກ່ຽວກັບສາຍພົວພັນຮ່ວມມືລະຫວ່າງລາວ-ຫວຽດນາມ ກໍ່ຄືໃນນາມສ່ວນຕົວເອກອັກຄະລັດຖະທູດ ແລະພະນັກງານສະຖານທູດລາວ; ທ່ານຢັ້ງຢືນວ່າ ຈະສືບຕໍ່ສົມທົບກັບກະຊວງການຕ່າງປະເທດຫວຽດນາມ ໃນການເພີ່ມພູນຄູນສ້າງ ແລະພັດທະນາການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ໃຫ້ແໜ້ນແຟ້ນກວ່າອີກ.

ໂດຍ: ຈາງຫງວຽນ