leftcenterrightdel
ນັກສຶກສາລາວ ແລະ ກຳປູເຈຍ ດີເດັ່ນໄດ້ຮັບການຍ້ອງຍໍຊົມເຊີຍ. ພາບ: ເລເຈິ່ນ

ເຂົ້າຮ່ວມລາຍການມີ ທ່ານ Sok Dareth ຫົວໜ້າສະຖານກົງສູນໃຫຍ່ແຫ່ງລາຊະອານາຈັກກຳປູເຈຍ ປະຈຳ ນະຄອນໂຮ່ຈີມິນ; ທ່ານນາງ ພິມພາ ແກ້ວມີໄຊ ຫົວໜ້າສະຖານກົງສູນໃຫຍ່ລາວ ປະຈໍາ ນະຄອນໂຮ່ຈີມິນ. ລາຍການແນໃສ່ເຊີດຊູ, ຍ້ອງຍໍນັກສຶກສາ ລາວ-ກຳປູເຈຍ ດີເດັ່ນ ແລະຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວກິດຈະກໍາ, ຂະບວນການຕ່າງໆຂອງນັກສຶກສາຂອງສອງປະເທດທີ່ພວມຮ່ຳຮຽນຢູ່ນະຄອນໂຮ່ຈີມິນ. ໃນປີ 2021, ສະພາຄັດເລືອກໄດ້ຕົກລົງເປັນເອກະສັນຍ້ອງຍໍຊົມເຊີຍນັກສຶກສາລາວ ດີເດັ່ນ 86 ຄົນ ແລະນັກສຶກກໍາປູເຈຍ ດີເດັ່ນ  21 ຄົນ. ພາຍຫຼັງທີ່ຈັດຕັ້ງມາໄດ້ 16 ປີ, ຄະນະຊາວໜຸ່ມນະຄອນໄດ້ຍ້ອງຍໍຊົມເຊີຍນັກສຶກສາລາວ ແລະກຳປູເຈຍ 908 ຄົນ. ທີ່ລາຍການ, ມະຫາວິທະຍາໄລເສດຖະກິດ-ການເງິນນະຄອນໂຮ່ຈີມິນ ກໍ່ໄດ້ໃຫ້ທຶນສຶກສາໃຫ້ນັກສຶກສາລາວ ແລະ ກຳປູເຈຍ  40 ທຶນ.

ໂດຍ: ທະນາພອນ