ກ່າວຄໍາເຫັນທີ່ພິທີ, ທ່ານພົນຕີ ຫງວຽນຢຸຍງອັກ ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ຕີລາຄາສູງຄວາມມານະພະຍາຍາມຂອງຄະນະ, ຂະແໜງການຕ່າງໆສອງປະເທດ, ໂດຍບໍ່ຫົວຊາຕໍ່ການຜັນແປຢ່າງສັບສົນຂອງພະຍາດໂຄວິດ-19, ຍັງຄົງຜັນຂະຫຍາຍບົດບັນທຶກຊ່ວຍຈໍາແຜນການຮ່ວມມືສະບັບເພີ່ມຕືມເຊິ່ງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ແລະລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ລົງນາມໃນວັນທີ 9 ສິງຫາ ຢູ່ນະຄອນວຽງຈັນຢ່າງໄວ. ທ່ານພົນຕີ ຫງວຽນຢຸຍງອັກ ຢັ້ງຢືນວ່າ ສິ່ງເຫຼົ່ານີ້ສະແດງໃຫ້ເຫັນການຮ່ວມມືທີ່ນັບມື້ນັບມີປະສິດທິຜົນ ແລະມີເນື້ອແທ້ລະຫວ່າງສອງກະຊວງເວົ້າສະເພາະ ແລະສອງປະເທດເວົ້າລວມ.

leftcenterrightdel
ທ່ານພົນຕີ ຫງວຽນຢຸຍງອັກ ຮອງລັດຖະມົນຕີກະຊວງຕໍາຫຼວດ ກ່າວຄໍາເຫັນທີ່ພິທີລົງມືກໍ່ສ້າງ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບລາວ ສະແດງຄວາມຂອບອົກຂອບໃຈ ແລະຕີລາຄາສູງຕໍ່ການໜູນຊ່ວຍ ແລະຊ່ວຍເຫຼືອຂອງກະຊວງຕໍາຫຼວດຫວຽດນາມ; ຢືນຢັນວ່າ ເລື່ອງ ກະຊວງຕໍາຫຼວດຫວຽດນາມ ຊ່ວຍກະຊວງປ້ອງກັນຄວາມສະຫງົບລາວ ກໍ່ສ້າງ 287 ຫ້ອງການປ້ອງກັນຄວາມສະຫງົບບ້ານຢູ່ຕິດກັບຊາຍແດນທີ່ກໍ່ສ້າງຄ້າຍຄືນກັນກັບຫ້ອງການເຮັດວຽກຂອງຕໍາຫຼວດຕາແສງຂອງຫວຽດນາມ ແມ່ນແຜນນະໂຍບາຍທີ່ມີຄວາມໝາຍ, ສະແດງໃຫ້ເຫັນອາລົມຈິດພິເສດ ແລະການແບ່ງທຸກແບ່ງສຸກລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ ເວົ້າສະເພາະ ແລະສອງປະເທດເວົ້າລວມ, ໂດຍສະເພາະແມ່ນໃນເງື່ອນໄຂຫວຽດນາມ ກໍ່ພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກ່ຽວກັບດ້ານເສດຖະກິດ-ສັງຄົມຍ້ອນຜົນກະທົບຈາກພະຍາດໂຄວິດ-19.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ.

ຕອນທ່ຽງວັນດຽວກັນ, ທີ່ເມືອງຄໍາເກີດ, ແຂວງບໍລິຄໍາໄຊ, ຄະນະຜູ້ແທນກະຊວງຕໍາຫຼວດຫວຽດນາມ ໂດຍທ່ານພົນຕີ ຫງວຽນຢຸຍງອັກ ເປັນຫົວໜ້າຄະນະ ໄດ້ມີການພົບປະເຈລະຈາກັບຄະນະຜູ້ແທນກະຊວງປ້ອງກັນຄວາມສະຫງົບ ລາວ ໂດຍທ່ານພົນຕີ ປອ ທອງເຫຼັກ ມັງໜໍ່ເມກ ເປັນຫົວໜ້າຄະນະ. ສອງຝ່າຍໄດ້ທົບທວນຄືນວິວັດການ ຮ່ວມມືໃນໄລຍະຜ່ານມາ, ເຫັນດີເປັນເອກະພາບໃນໄລຍະຈະມາເຖິງ, ສອງກະຊວງຈະເພີ່ມທະວີການຮ່ວມມື, ພິເສດແມ່ນໃນວຽກງານປ້ອງກັນ, ປາບປາມອາດຊະຍາກໍາຢາເສບຕິດຢູ່ເຂດຊາຍແດນລະຫວ່າງສອງປະເທດ.

ໂດຍ: ເກື່ອງດັ້ງ