ທີ່ການໂອ້ລົມສົນທະນາ, ການນໍາສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ; ແບ່ງປັນບົດຮຽນກ່ຽວກັບວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ,  ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ...

leftcenterrightdel
ທ່ານ ຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ທີ່ການໂອ້ລົມສົນທະນາທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ.

ການນໍາສອງທ່ານໄດ້ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນໃນວຽກງານປ້ອງກັນ, ຕ້ານ ແລະຄວບຄຸມພະຍາດໂຄວິດ-19 ແລະການພັດທະນາເສດຖະກິດ-ສັງຄົມຢູ່ແຕ່ລະປະເທດໃນໄລຍະຜ່ານມາ; ການນໍາສອງທ່ານເນັ້ນໜັກວ່າ ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ ແຕ່ສອງຝ່າຍຍາມໃດກໍ່ສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນ ແລະກັນຢ່າງທັນການ, ມີປະສິດທິຜົນ, ສະແດງໃຫ້ເຫັນນໍ້າໃຈເພື່ອນມິດສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ ແລະມູນເຊື້ອອຸ້ມຊູຊ່ວຍເຫຼືອກັນລະຫວ່າງສອງຊາດ. ການນໍາສອງຝ່າຍຢັ້ງຢືນວ່າ ຈະຮັກສາ, ປົກປ້ອງ ແລະເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ ຢ່າງບໍ່ຢຸດຢັ້ງ.

ສອງຝ່າຍເຫັນດີຈະສົມທົບກັນຜັນຂະຫຍາຍຂໍ້ຕົກລົງສະບັບຕ່າງໆລະຫວ່າງການນຳຂັ້ນສູງສອງພັກ, ສອງລັດໃນທຸກຂົງເຂດໃຫ້ມີປະສິດທິຜົນ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນປະສົບການກ່ຽວກັບວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ, ການພັດທະນາເສດຖະກິດ-ສັງຄົມ ແລະການເຊື່ອມໂຍງເຂົ້າກັບສາກົນ; ສົມທົບກັນກະກຽມໃຫ້ແກ່ການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ລາວ ຄົບຮອບ 60 ປີ ແລະວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ - ລາວ, ລາວ - ຫວຽດນາມ ຄົບຮອບ 45 ປີ ໃນປີ 2022...ໃຫ້ເປັນຢ່າງດີ.

ໂດຍ: ທະນາພອນ