ດ້ວຍຫົວຂໍ້ “ອໍານາດການປົກຄອງ ແລະປະຊາຊົນແຂວງຊຽງຂວາງ ມຸ່ງໄປເຖິງປະຊາຊົນນະຄອນໂຮ່ຈີມິນ”, ໃນຊຸມວັນຜ່ານມາ, ອໍານາດການປົກຄອງແຂວງຊຽງຂວາງ ໄດ້ປຸກລະດົມຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະປະຊາຊົນທົ່ວແຂວງ ຮ່ວມແຮງຮ່ວມໃຈບໍລິຈາກເພື່ອແບ່ງປັນຄວາມຫຍຸ້ງຍາກສ່ວນໃດສ່ວນໜຶ່ງ ເຊິ່ງອໍານາດການປົກຄອງ ແລະປະຊາຊົນນະຄອນໂຮ່ຈີມິນ ກໍາລັງປະເຊີນໜ້າຍ້ອນພະຍາດໂຄວິດ-19.

leftcenterrightdel
ສິນຄ້າເອົາຂຶ້ນລົດສົ່ງໄປຍັງນະຄອນໂຮ່ຈີມິນ. ພາບ: ສໍານັກຂ່າວສານຫວຽດນາມ.

ພາຍຫຼັງປຸກລະດົມເປັນເວລາສອງອາທິດ, ຮອດຕອນບ່າຍວັນທີ 15 ກັນຍາ, ບັນດາອົງການ, ອົງການຈັດຕັ້ງມະຫາຊົນ, ປະຊາຊົນແຂວງ ແລະປະຊາຄົມຊາວຫວຽດນາມ ກໍາລັງດໍາລົງຊີວິດຢູ່ແຂວງຊຽງຂວາງ ບໍລິຈາກເງິນໄດ້ເກືອບ 200 ລ້ານກີບ, ລວມມີເງິນສົດ 93 ລ້ານກີບ ແລະສະບຽງອາຫານກວ່າ 20 ໂຕນ.

ນີ້ບໍ່ພຽງແຕ່ແມ່ນນໍ້າໃຈ, ອາລົມຈິດຂອງອໍານາດການປົກຄອງ ແລະປະຊາຊົນແຂວງຊຽງຂວາງ ທີ່ສະຫງວນໃຫ້ແກ່ອໍານາດການປົກຄອງ ແລະປະຊາຊົນນະຄອນໂຮ່ຈີມິນ, ໜຶ່ງໃນບັນດາທ້ອງຖິ່ນແຮກສ່ຽວຂອງແຂວງຊຽງຂວາງ ເທົ່ານັ້ນ ຫາກຍັງແມ່ນນໍ້າໃຈຂອງປະຊາຊົນລາວທີ່ມີຕໍ່ປະຊາຊົນຫວຽດນາມ, ພິສູດໃຫ້ເຫັນຢ່າງຈະແຈ້ງເຖິງນໍ້າໃຈ “ເຂົ້າເມັດຫັກ, ຜັກເສັ້ນດ່ຽວກໍ່ແບ່ງປັນກັນ” ຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສະມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ, ລາວ-ຫວຽດນາມ ອີກດ້ວຍ.

ໃນຊຸມວັນຈະມາເຖິງ, COECCO ຈະໜູນຊ່ວຍຂົນສົ່ງເຄື່ອງຊ່ວຍເຫຼືອດັ່ງກ່າວໄປຍັງນະຄອນໂຮ່ຈີມິນ.

ໂດຍ: ເກື່ອງດັ້ງ