ໃນບັນຍາກາດອັນອົບອຸ່ນ ແລະເຕັມໄປດ້ວຍອາລົມຈິດເພື່ອນມິດສະຫາຍ, ທ່ານ ແສງເພັດ ຮຸ່ງບຸນຍວງ ຊົມເຊີຍປະຊາຊົນຫວຽດນາມ, ພາຍໃຕ້ການຊີ້ນໍາ, ນຳພາຂອງພັກກອມມູນິດຫວຽດນາມ ໄດ້ຍາດເອົາຜົນງານອັນໃຫຍ່ຫຼວງ ແລະຮອບດ້ານໃນພາລະກິດປົກປັກຮັກສາ, ສ້າງສາ ແລະພັດທະນາປະເທດຊາດ.

ທ່ານ ແສງເພັດ ຮຸ່ງບຸນຍວງ ໃຫ້ຂໍ້ສັງເກດວ່່າ ເຖິງວ່າຮັບຜົນສະທ້ອນຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ການພົວພັນຮ່ວມມືລະຫວ່າງສອງປະເທດລາວ-ຫວຽດນາມ ຍັງນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກໃນທຸກຂົງເຂດ, ຄື: ການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການລົງທຶນ, ການຄ້າ.

leftcenterrightdel
ທ່ານ ຫງວຽນກ໊ວກຢູງ ຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ. ພາບ: ຕ໋ວຽນແອງ.

ທ່ານ ແສງເພັດ ຮຸ່ງບຸນຍວງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສົມທົບກັນຜັນຂະຫຍາຍບັນດາໂຄງການຮ່ວມມືສອງຝ່າຍມີປະສິດທິຜົນ, ພິເສດແມ່ນໂຄງການເຊື່ອມຕໍ່ຄົມມະນາຄົມເພື່ອສ້າງເງື່ອນໄຂສະດວກໃຫ້ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງປະເທດຄືໂຄງການເສັ້ນທາງດ່ວນຮ່າໂນ້ຍ-ວຽງຈັນ, ເສັ້ນທາງລົດໄຟວຽງຈັນ-ຫວູງອ໊າງ, ທ່າກໍາປັ່ນ ຫວູງອ໊າງ 1,2,3.

ທ່ານ ຫງວຽນກ໊ວກຢູງ ຂອບໃຈທ່ານເອກອັກຄະລັດຖະທູດ ແລະຄະນະພະນັກງານສະຖານທູດລາວ ປະຈໍາ ຫວຽດນາມ ທີ່ໄດ້ມາອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດທີ 2 ກັນຍາ ຄົບຄອບ 76, ວັນສ້າງຕັ້ງຂະແໜງການທູດຫວຽດນາມ ຄົບຮອບ 76 ປີ.

ທ່ານ ຫງວຽນກ໊ວກຢູງ ແບ່ງປັນວ່າບົດຮຽນຂອງຫວຽດນາມ ແມ່ນອີງໃສ່ກໍາລັງແຮງພາຍໃນເຖິງວ່າໃນທຸກຄວາມຫຍຸ້ງຍາກ, ຮັກສາເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນກັບຕ່າງປະເທດເປັນຫຼາຍຮູບຫຼາຍແບບ.

ທ່ານຮອງລັດຖະມົນຕີ ເນັ້ນໜັກວ່າ ເຈດຈໍານົງຂອງປະຊາຊົນຫວຽດນາມ ໄດ້ຮັບການຫຼໍ່ຫຼອມໃນຄວາມຫຍຸ້ງຍາກ, ສົງຄາມກໍ່ຄືໃນວິວັດແຫ່ງການສ້າງສາປະເທດ, ບໍ່ມີອິດທິກໍາລັງໃດສາມາດເຮັດໃຫ້ເຈດຈໍານົງ, ເອກະລາດ, ເປັນເຈົ້າຕົນເອງຂອງປະຊາຊົນຫວຽດນາມ ປ່ຽນແປງໄດ້.

ທ່ານ ຮອງລັດຖະມົນຕີ ຂອບໃຈພັກ, ລັດ ແລະປະຊາຊົນລາວອ້າຍນ້ອງ ຍາມໃດກໍ່ຮ່ວມເດີນທາງພ້ອມກັບພັກ, ລັດ ແລະປະຊາຊົນຫວຽດນາມ ໃນຕະຫຼອດໄລຍະປະຫວັດສາດທີ່ສະຫງ່າອົງອາດກ່ອນນີ້, ກໍ່ຄືໃນພາລະກິດປົກປັກຮັກສາ, ສ້າງສາ ແລະພັດທະນາປະເທດໃນປະຈຸບັນ.

ໂດຍ: ເກື່ອງດັ້ງ