ທີ່ພິທີມອບ-ຮັບຂອງຂວັນ, ທ່ານພັນໂທ ໂດ້ຊວນຈິງ ຫົວໜ້າຄ້າຍທະຫານຊາຍແດນດ່ານສາກົນນາມຢາງ ສົ່ງຄໍາຢ້ືຢາມຖາມຂ່າວເຖິງພະນັກງານ, ນັກຮົບກໍາລັງປະກອບອາວຸດ ແລະປະຊາຊົນເມືອງດັກຈຶງ, ແຂວງເຊກອງ; ພ້ອມທັງມອບຂອງຂວັນ 70 ພູດດ້ວຍຍອດມູນຄ່າແມ່ນກວ່າ 30 ລ້ານດົ່ງ.

leftcenterrightdel
ຕາງໜ້າຄ້າຍທະຫານຊາຍແດນດ່ານສາກົນນາມຢາງ ມອບຂອງຂວັນ 70 ພູດໃຫ້ແກ່ພະນັກງານ, ປະຊາຊົນເມືອງດັກຈຶງ, ແຂວງເຊກອງ, ລາວ. ພາບ: bienphong.com.vn.

ໂດຍຮັບຂອງຂວັນຈາກຄ້າຍທະຫານຊາຍແດນດ່ານສາກົນນາມຢາງ, ທ່ານຮອງຫົວໜ້າຜູ້ປະຈໍາການຄະນະຊີ້ນໍາປ້ອງກັນ, ຕ້ານພະຍາດໂຄວິດ-19 ເມືອງດັກຈຶງ ຂອບໃຈຕໍ່ກອງບັນຊາການທະຫານຊາຍແດນແຂວງກວາງນາມ ເວົ້າລວມ, ຄ້າຍທະຫານຊາຍແດນດ່ານສາກົນນາມຢາງ ເວົ້າສະເພາະທີ່ໄດ້ເອົາໃຈໃສ່, ຊ່ວຍເຫຼືອ, ໜູນຊ່ວຍທັນຍາຫານ, ສະບຽງອາຫານ, ແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນໃນເຂດຈໍາກັດບໍລິເວນຢູ່ເມືອງດັກຈຶງ.

ໂດຍ: ຈາງຫງວຽນ