ທ່ານ ຫງວຽນບ໊າຮຸ່ງ ຊົມເຊີຍ ແລະຕີລາຄາສູງຕໍ່ການປະກອບສ່ວນອັນໃຫຍ່ຫຼວງຂອງສື່ມວນຊົນລາວ ໃນຂະບວນການຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດ ແລະພັດທະນາປະເທດລາວ ອ້າຍນ້ອງໃນຕະຫຼອດ 71 ປີຜ່ານມາ. ພ້ອມກັນນັ້ນ, ທ່ານ ຫງວຽນບ໊າຮຸ່ງ ກໍ່ຢັ້ງຢືນວ່າ ໃນກວ່າ 7 ທົດສະວັດຜ່ານມາ, ສື່ມວນຊົນລາວ ບໍ່ພຽງແຕ່ປະຕິບັດວຽກງານໂຄສະນາບັນດາແນວທາງ, ນະໂຍບາຍຂອງພັກ, ລັດລາວ ໃຫ້ປະຊາຊົນ ແລະໝູ່ເພື່ອນສາກົນໄດ້ເປັນຢ່າງດີເທົ່ານັ້ນຫາກຍັງມີຜົນງານໃນການຮັກສາ ແລະເພີ່ມພູນຄູນສ້າງໃຫ້ແກ່ການພົວພັນມິດຕະພາບອັນຍິ່ງໃຫຍ່, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ ແລະລາວ-ຫວຽດນາມ ອີກດ້ວຍ.

leftcenterrightdel
ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ເນັ້ນໜັກວ່າ ບັນດາອົງການສື່ມວນຊົນລາວ ໄດ້ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ຫວຽດນາມ-ລາວ. ພາບ: nhandan.vn.

ທ່ານ ຫງວຽນບ໊າຮຸ່ງ ເນັ້ນໜັກວ່າ ໃນທຸກການພົບປະຍາມໃດການນໍາສອງປະເທດກໍ່ໄດ້ຢັ້ງຢືນວ່າ ເຖິງວ່າສະພາບການໃນພາກພື້ນ ແລະໃນໂລກມີການປ່ຽນແປງຄືແນວໃດກໍ່ຕາມ, ແຕ່ສອງປະເທດຍາມໃດກໍ່ຈະຄຽງບ່າຄຽງໄຫຼ່ພ້ອມກັນ, ຍາມໃດກໍ່ສະໜັບສະໜູນກັນ ແລະສືບຕໍ່ມານະພະຍາຍາມເພື່ອເຮັດການພົວພັນມິດຕະພາບອັນຍິ່ງໃຫຍ່, ນ້ໍາໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ເລິກເຊິ່ງກວ່າອີກ.

ທ່ານ ຫງວຽນບ໊າຮຸ່ງ ຫວັງວ່າ ບັນດາອົງການສື່ມວນຊົນລາວ ຈະສືບຕໍ່ໃຫ້ການຮ່ວມມື, ສ້າງເງື່ອນໄຂຊ່ວຍເຫຼືອອົງການຜູ້ຕາງໜ້າສື່ມວນຊົນຫວຽດນາມ ປະຈໍາລາວ; ສະຖານທູດຫວຽດນາມ ປະຈໍາລາວ ຈະໃຫ້ການໜູນຊ່ວຍສູງສຸດ ເພື່ອຊ່ວຍໃຫ້ອົງການສື່ມວນຊົນລາວ ນັບມື້ນັບພັດທະນາ.

ເນື່ອງໃນໂອກາດນີ້, ຜູ້ຕາງໜ້າບັນດາອົງການສື່ມວນຊົນຫວຽດນາມ ປະຈໍາລາວ ແລະບັນດາອົງການສື່ມວນຊົນລາວ ກໍ່ໄດ້ແລກປ່ຽນກ່ຽວກັບແບບວິທີການຮ່ວມມື ແລະສົມທົບກັນໃນວຽກງານສື່ມວນຊົນໃຫ້ດີກວ່າເກົ່າ, ເປັນຕົ້ນແມ່ນໃນບັນດາເຫດການໃຫຍ່ຂອງສອງປະເທດ, ພິເສດແມ່ນໃນປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ ປີ 2022 ທີ່ຈະມາເຖິງນີ້.

ໂດຍ: ຈາງຫງວຽນ