ກ່າວຄຳເຫັນທີ່ພິທີ, ທ່ານນາງ ຫວູຕູ໊ແອວງ, ທີ່ປຶກສາທູດຮັບຜິດຊອບປະຊາຄົມ, ສະຖານທູດຫວຽດນາມ ປະຈຳ ລາວ ໃຫ້ຮູ້ວ່າ ຈຳນວນຂອງຂວັນດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະນ້ຳໃຈຂອງປະເທດຊາດທີ່ມີຕໍ່ຊາວຫວຽດນາມ ອາໄສຢູ່ລາວ; ພ້ອມທັງຫວັງວ່າຈໍານວນຂອງຂວັນດັ່ງກ່າວຈະໄດ້ນຳໃຊ້ຢ່າງມີຄວາມໝາຍ, ປະກອບສ່ວນຊ່ວຍເຫຼືອປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ໃນການຕໍ່ສູ້ຕ້ານພະຍາດໂຄວິດ-19 ໃນໄລຍະຈະມາເຖິງ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: nhandan.vn.

ຕາມທ່ານນາງ ຫວູຕູ໊ແອວງ ແລ້ວ, ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ຕົກລົງໜູນຊ່ວຍປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ຈຳນວນເງິນ 40.000 ໂດລາສະຫະລັດ ເຊິ່ງໄດ້ຫັກຈາກກອງທຶນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ. ໃນໄລຍະຈະມາເຖິງ, ສະຖານທູດຫວຽດນາມ ປະຈຳລາວ ຈະຮັບເອົາເງິນຈຳນວນດັ່ງກ່າວ ແລະມອບໃຫ້ສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ.

leftcenterrightdel
ບັນຍາກາດທີ່ພິທີມອບ-ຮັບ. ພາບ: nhandan.vn.

ຕາງໜ້າພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ລາວ, ທ່ານ ຫງວຽນຢຸຍຈູງ, ປະທານສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ ໃຫ້ຮູ້ວ່າ ພັກ, ລັດຍາມໃດກໍ່ເອົາໃຈໃສ່, ໜູນຊ່ວຍພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດເວົ້າລວມ ແລະພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ລາວ ເວົ້າສະເພາະ; ທ່ານ ຢັ້ງຢືນວ່າ ຈະມອບຜ້າອັດປາກອັດດັງດັ່ງກ່າວໃຫ້ຊາວຫວຽດນາມ ອາໄສຢູ່ລາວ ເພື່ອນໍາໃຊ້ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.

ໂດຍ: ກວຽດເຕິມ