ທ່ານ ​ໄຊ​ສົມ​ພອນ ພົມວິຫານ ປະທານ​ສະພາ​ແຫ່ງ​ຊາດ ​ໄດ້ຕີລາຄາສູງຕໍ່ການ​ຊ່ວຍ​​ເຫລືອ​ອັນ​ລ້ຳ​ຄ່າຂອງ ສສ ຫວຽດນາມ ແລະ ຄວາມຮັກແພງພິເສດທີ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງມີຕໍ່ພັກ, ລັດ ແລະ ປະຊາຊົນລາວ ​ໃນ​ວັນ​ທີ 29 ມິ​ຖຸນາ 2021 ນີ້, ​​ໂດຍ​ມີ​ບາງ​ຕອນໃຫ້​ຮູ້​ວ່າ: ຕະຫລອດໄລຍະຫລາຍສີບປີຜ່ານມາ, ພັກ, ລັດຖະບານ ແລະ ປະຊາຊົນ​ຫວຽດນາມ ຍາມໃດກໍ່ມີຄວາມເປັນຫ່ວງເປັນໄຍ, ​ໃຫ້ການ​ສະໜັບສະໜູນ​, ຊ່ວຍເຫລືອ​ອັນໃຫຍ່​ຫລວງ, ລໍ້າ​ຄ່າ, ທັນ​ການ ແລະ ມີ​ປະສິດ​ທິ​ຜົນໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ ​ໂດ​ຍສະ​ເພາະການ​ຊ່ວຍ​​ເຫລືອ​ຂອງ ສສ ຫວຽດນາມ ​ໃນ​ການກໍ່ສ້າງຫໍສະພາແຫ່ງຊາດແຫ່ງຫລັງໃໝ່ນີ້, ໄດ້ດໍາເນີນໄປໃນສະພາບການທີ່ທັງສອງປະເທດປະສົບກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ກໍ່ຕາມ, ແຕ່ດ້ວຍຄວາມເອົາໃຈໃສ່ຂອງທັງສອງຝ່າຍຈຶ່ງເຮັດໃຫ້ຫໍສະພາແຫ່ງນີ້ບໍ່ທັນສຳເລັດຢ່າງສົມບູນແບບແຕ່ກໍ່ສາມາດນຳໃຊ້ເຂົ້າໃນການຈັດຕັ້ງກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ໃນເດືອນ ມີນາ ຜ່ານມາຢ່າງມີຜົນສຳເລັດເປັນຢ່າງດີ, ນີ້ກໍ່ເປັນໜຶ່ງໃນຕົວແບບທີ່ຫາຍາກໃນການພົວພັນພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ອ້າຍນ້ອງພວກເຮົາ.

leftcenterrightdel
ຫໍສະພາແຫ່ງຊາດຫລັງໃໝ່ຂອງຂວັນລ້ຳຄ່າຂອງ ສປປ ລາວ ຈາກ ສສ ຫວຽດນາມ. ພາບ: ຂປລ.

ທ່ານ ​ໄຊ​ສົມ​ພອນ ພົມວິຫານ ກ່າວ​ຕື່ມ​ວ່າ: ຫໍສະພາແຫ່ງຊາດແຫ່ງນີ້ ມີຄວາມໂອໂຖງ, ມີຄວາມສະຫງ່າ, ມີຄຸນນະພາບດ້ານສິລະປະກໍາ, ສະຖາປັດຕະຍະກໍາຕາມມາດຕະຖານເຕັກນິກທີ່ທັນສະໄໝໃນການອອກແບບ ແລະ ການກໍ່ສ້າງ, ມີຄວາມງົດງາມດ້ວຍເອກະລັກສະເພາະ ແລະ ສະຖາປັດຕະຍາກຳແບບລາວ, ສາມາດເວົ້າໄດ້ວ່າ ຫໍສະພາແຫ່ງຊາດລາວ ຫລັງໃໝ່ນີ້ ຈະເປັນສະຖານທີ່ເຮັດວຽກທີ່ມີເງື່ອນໄຂອຳນວຍຄວາມສະດວກ ທັນສະໄໝທີ່ສຸດໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ພະນັກງານທັງໝົດຂອງສະພາແຫ່ງຊາດລາວໃນການປະຕິບັດໜ້າທີ່ການເມືອງຂອງຕົນເປັນຕົ້ນແມ່ນການດໍາເນີນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ, ການຕ້ອນຮັບແຂກພາຍໃນ ແລະ ຕ່າງປະເທດ. ນອກຈາກນີ້, ຫໍສະພາແຫ່ງຊາດແຫ່ງນີ້ຍັງຈະເປັນສະຖານທີ່ ທັດສະນະສຶກສາໃຫ້ປະຊາຊົນ, ໂດຍສະເພາະ ແກ່ຮຸ່ນຄົນໜຸ່ມຂອງລາວ ເພື່ອຮຽນຮູ້ກ່ຽວກັບລະບອບການເມືອງ, ລະບົບການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການນິຕິບັນຍັດທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງຕົນ ແລະ ທັງເປັນບ່ອນຮຽນຮູ້ກ່ຽວກັບມູນເຊື້ອຄວາມສາມັກຄີພິເສດລາວ-ຫວຽດນາມ. ຫໍສະພາແຫ່ງຊາດຫລັງນີ້, ຈະປະກອບສ່ວນຍົກສູງບົດບາດ ແລະ ຄຸນນະພາບຂອງສະພາແຫ່ງຊາດທັງໃນການປະຕິບັດໜ້າທີ່ຂອງຕົນ, ທັງໃນການເຄື່ອນໄຫວພາຍໃນ, ໃນເວທີພາກພື້ນ ແລະ ສາກົນ.

ເນື້ອໃນ: ຂປລ