ກ່າວຄໍາເຫັນທີ່ການພົບປະ, ຕາງໜ້າອໍານາດການປົກຄອງແຂວງບໍ່ແກ້ວ ຢັ້ງຢືນເຖິງການພົວພັນມິດຕະພາບທີ່ຍິ່ງໃຫຍ່ລະຫວ່າງລາວ ແລະຫວຽດນາມ; ພ້ອມທັງຫວັງວ່າບັນດາທ້ອງຖິ່ນຂອງຫວຽດນາມ ຈະສາມາດສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ໂດຍໄວ ແລະເຊື່ອໝັ້ນວ່າ ພັກ, ລັດຖະບານ ແລະປະຊາຊົນຫວຽດນາມ ຈະຄວບຄຸມ ແລະເອົາຊະນະໂລກລະບາດໄດ້ໂດຍໄວ.

leftcenterrightdel
ຕາງໜ້າອໍານາດການປົກຄອງແຂວງບໍ່ແກ້ວ ມອບເງິນໜູນຊ່ວຍ 3 ແຂວງຂອງຫວຽດນາມ ປ້ອງກັນ, ຕ້ານພະຍາດໂຄວິດ-19. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມຜູ້ຕາງໜ້າອໍານາດການປົກຄອງແຂວງບໍ່ແກ້ວແລ້ວ, ນີ້ແມ່ນນໍ້າໃຈຂອງປະຊາຊົນແຂວງບໍ່ແກ້ວ ດ້ວຍຄວາມປາດຖະໜາຢາກຮ່ວມແຮງຮ່ວມໃຈພ້ອມກັບອໍານາດການປົກຄອງ ແລະປະຊາຂົນຫວຽດນາມ ຄວບຄຸມ ແລະດັບມອດການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍໄວ. 

ຕ້ອນຮັບຜູ້ຕາງໜ້າອໍານາດການປົກຄອງແຂວງບໍ່ແກ້ວ, ທ່ານ ຫງວຽນດັງຮຸ່ງ ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈໍານະຄອນຫຼວງພະບາງ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ຂອງຂວັນທີ່ມີຄວາມໝາຍ ແລະທັນການຂອງເພື່ອນລາວທີ່ສະໜັບສະໜູນການຕໍ່ສູ້ຕ້ານພະຍາດໂຄ ວິດ-19 ຂອງຫວຽດນາມ; ພ້ອມທັງຢັ້ງຢືນວ່າຈະສົ່ງເງິນຈໍານວນດັ່ງກ່າວເມືອຫວຽດນາມ ໃນທັນທີເພື່ອຮັບໃຊ້ໃຫ້ແກ່ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ -19.

ໂດຍ: ໄຊຊະນະ