leftcenterrightdel
ການນໍາກອງບັນຊາການທະຫານແຂວງວີ໋ງຟຸກ ມອບວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ປະເທດເພື່ອນມິດລາວ. ພາບ: ຟ້າມກຽນ.
leftcenterrightdel
ຜູ້ຕາງໜ້າພະແນກພົວພັນຕ່າງປະເທດແຂວງວີ໋ງຟຸກ ມອບວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ປະເທດເພື່ອນມິດລາວ. ພາບ: ຟ້າມກຽນ.

ຕາມນັ້ນແລ້ວ, ອຸປະກອນການແພດເຊິ່ງແຂວງວີ໋ງຟຸກ ໜູນຊ່ວຍໃນຄັ້ງນີ້, ລວມມີ: ຜ້າອັດປາກ-ອັດດັງ 300.000 ອັນ, ຊຸດປ້ອງກັນໂຄວິດ-19 1.000 ຊຸດ, ນໍ້າຢາຂ້າເຊື້ອ 1.000 ຂວດ ແລະເຄື່ອງວັດແທກອຸນຫະພູມຮ່າງກາຍ 50 ໜ່ວຍ ທີ່ຜະລິດຢູ່ຍີ່ປຸ່ນ ໜູນຊ່ວຍໃຫ້ແຂວງຫຼວງນໍ້າທາ; ຜ້າອັດປາກ-ອັດດັງ 150.000 ອັນ, ຊຸດປ້ອງກັນໂຄວິດ-19 750 ຊຸດ, ນໍ້າຢາຂ້າເຊື້ອ 500 ຂວດ ແລະເຄື່ອງວັດແທກອຸນຫະພູມຮ່າງກາຍ 25 ໜ່ວຍ ທີ່ຜະລິດຢູ່ຍີ່ປຸ່ນ ແມ່ນໜູນຊ່ວຍໃຫ້ແຂວງຫຼວງພະບາງ; ຜ້າອັດປາກ-ອັດດັງ 150.000 ອັນ, ຊຸດປ້ອງກັນໂຄວິດ-19 750 ຊຸດ, ນໍ້າຢາຂ້າເຊື້ອ 500 ຂວດ ແລະເຄື່ອງວັດແທກອຸນຫະພູມຮ່າງກາຍ 25 ໜ່ວຍ ທີ່ຜະລິດຢູ່ຍີ່ປຸ່ນ ແມ່ນໜູນຊ່ວຍແຂວງອຸດົມໄຊ. ດ້ວຍຍອດມູນຄ່າທັງໝົດແມ່ນປະມານ 857 ລ້ານດົ່ງ.

leftcenterrightdel
ຄະນະປະຕິບັດງານ ມອບວັດຖຸອຸປະກອນການແພດໃຫ້ຄ້າຍທະຫານຊາຍແດນດ່ານສາກົນໄຕຈາງ. ພາບ: ຟ້າມກຽນ.

ທ່ານພັນເອກ ຫງວຽນຮວ່າຍນາມ ຮອງຫົວໜ້າການເມືອງກອງບັນຊາການທະຫານແຂວງວີ໋ງຟຸກ ໃຫ້ຮູ້ວ່າ ຕໍ່ໜ້າສະພາບພະຍາດໂຄວິດ-19 ພາຍໃນປະເທດ ແລະສາກົນພວມຜັນແປຢ່າງສັບສົນ, ຕາມແຜນນະໂຍບາຍຂອງກອງບັນຊາການທະຫານເຂດ 2 ແລະຄະນະພັກແຂວງວີ໋ງຟຸກ, ກອງບັນຊາການທະຫານແຂວງ ໄດ້ເປັນເຈົ້າການສົມທົບກັບພະແນກພົວພັນຕ່າງປະເທດເປັນເສນາທິການໃຫ້ຄະນະກຳມະການປະຊາຊົນແຂວງ ໜູນຊ່ວຍວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ປະເທດເພື່ອນມິດລາວ. ນີ້ແມ່ນຂອງຂວັນທີ່ແທດຈິງ, ສະແດງໃຫ້ເຫັນນ້ຳໃຈ, ຄວາມເອົາໃຈໃສ່, ການລະດົມກໍາລັງໃຈຊ່ວຍເຫຼືອຂອງທະຫານເຂດ 2, ແຂວງວີ໋ງຟຸກ, ກໍ່ຄືກອງບັນຊາການທະຫານແຂວງໃຫ້ບັນດາແຂວງຂອງລາວ ໃນການຍູ້ຖອຍພະຍາດໂຄວິດ-19. ຜ່ານນັ້ນ, ສືບຕໍ່ຍົກສູງນໍ້າໃຈສາມັກຄີແບບພິເສດລະຫວ່າງປະຊາຊົນ, ກອງທັບສອງປະເທດ, ປະກອບສ່ວນຊຸກຍູ້ການຮ່ວມມື, ພັດທະນາການພົວພັນຫວຽດນາມ-ລາວ.

ໂດຍ: ເຈິ່ນຮວ່ຽນ