leftcenterrightdel
ທ່ານພົນຕີ ຫວູຈ໊ຽນຖັ໊ງ ກ່າວຄໍາເຫັນທີ່ພິທີ. ພາບ: ຮວ່າງຫວູ.

ກ່າວຄໍາເຫັນທີ່ພິທີ, ທ່ານພົນຕີ ຫວູຈ໊ຽນຖັ໊ງ ຫົວໜ້າກົມພົວພັນຕ່າງປະເທດ/ກະຊວງປ້ອງກັນປະເທດຫວຽດນາມ ເນັ້ນໜັກວ່າ, ໃນສະພາບການພະຍາດໂຄວິດ-19 ກໍາລັງສົ່ງຜົນສະທ້ອນເຖິງສອງປະເທດຫວຽດນາມ  ແລະລາວ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕົກລົງສືບຕໍ່ໜູນຊ່ວຍກະຊວງປ້ອງກັນປະເທດລາວ ວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ຈໍານວນໜຶ່ງ. ທ່ານ ກ່າວວ່າ ເຖິງວ່າຈໍານວນວັດຖຸອຸປະກອນການແພດໜູນຊ່ວຍໃນຄັ້ງນີ້ບໍ່ຫຼາຍປານໃດກໍ່ຕາມ ແຕ່ໄດ້ສະແດງໃຫ້ເຫັນຄວາມສາມັກຄີພິເສດຫວຽດນາມ-ລາວ. ທ່ານພົນຕີ ຫວູຈ໊ຽນຖັ໊ງ ໃຫ້ຮູ້ວ່າ, ກະຊວງປ້ອງກັນປະເທດຫວຽດນາມ ປາດຖະໜາຢາກພ້ອມກັບກະຊວງປ້ອງກັນປະເທດລາວ ຮ່ວມແຮງຮ່ວມໃຈກັບລັດຖະບານສອງປະເທດ ຍູ້ຖອຍໂລກລະບາດໂດຍໄວ, ນໍາການດໍາລົງຊີວິດຂອງປະຊາຊົນກັບຄືນສູ່ສະພາບປົກກະຕິ ແລະພັດທະນາເສດຖະກິດປະເທດ.

leftcenterrightdel
ທ່ານ ແສງເພັດ ຮຸ່ງບຸນຍວງ ກ່າວຄໍາເຫັນທີ່ພິທີ. ພາບ: ຮວ່າງຫວູ.

ສ່ວນທ່ານ ແສງເພັດ ຮຸ່ງບຸນບວງ ເອກອັກຄະລັດຖະທູດລາວ ປະຈໍາຫວຽດນາມ ໃຫ້ຮູ້ວ່າ, ນັບແຕ່ເມື່ອພະຍາດໂຄວິດ-19 ແຜ່ລະບາດຮອບທີ 2 ຢູ່ ລາວ ແຕ່ເດືອນເມສາ ປີ 2021, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ມານະພະຍາຍາມຊ່ວຍເຫຼືອກະຊວງປ້ອງກັນປະເທດລາວ, ເປັນຕົ້ນຄື: ສົ່ງຄະນະຊ່ຽວຊານແພດທະຫານ, ໜູນຊ່ວຍວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19... ຍ້ອນການຊ່ວຍເຫຼືອຢ່າງທັນການ ແລະມີປະສິດທິຜົນນັ້ນໄດ້ປະກອບສ່ວນສໍາຄັນເຂົ້າໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ລາວ. ຕອບສະໜອງຄໍາສະເໜີຂອງກະຊວງປ້ອງກັນປະເທດລາວ, ກະຊວງປ້ອງກັນປະເທດ ຫວຽດນາມ ສືບຕໍ່ໜູນຊ່ວຍວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ຈໍານວນໜຶ່ງ, ສະແດງໃຫ້ເຫັນການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດ.

leftcenterrightdel
ໂດຍໄດ້ຮັບການມອບສິດຈາກການນໍາກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນຕີ ຫວູຈ໊ຽນຖັ໊ງ ມອບສັນຍາລັກວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ທ່ານ ແສງເພັດ ຮຸ່ງບຸນຍວງ. ພາບ: ຮວ່າງຫວູ.

ທີ່ພິທີ, ໂດຍໄດ້ຮັບການມອບສິດຈາກການນໍາກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນຕີ ຫວູຈ໊ຽນຖັ໊ງ ໄດ້ມອບສັນຍາລັກຈໍານວນວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ດັ່ງກ່າວໃຫ້ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ລາວ ປະຈໍາຫວຽດນາມ. ຄາດຄະເນວ່າ, ກົມພົວພັນຕ່າງປະເທດ/ກະຊວງປ້ອງກັນປະເທດຫວຽດນາມ ຈະດໍາເນີນການມອບຮັບວັດຖຸອຸປະກອນການແພດດັ່ງກ່າວໃຫ້ຜູ້ຕາງໜ້າກະຊວງປ້ອງກັນປະເທດລາວ ຢູ່ດ່ານສາກົນລາວບ້າວ (ແຂວງກວ້າງຈີ້) ໃນວັນທີ 20 ມິຖຸນາ 2021.

ໂດຍ: ໄຊຊະນະ