leftcenterrightdel
ກອງບັນຊາການທະຫານແຂວງກວ໋າງນິງ ຈັດສົ່ງວັດຖຸອຸປະກອນການແພດຂຶ້ນລົດສົ່ງໄປຍັງແຂວງເຊີນລາ. ພາບ: ກອງບັນຊາການທະຫານແຂວງກວ໋າງນິງ.

ວັດຖຸອຸປະກອນດັ່ງກ່າວລວມມີຊຸດກັນພະຍາດ 900 ຊຸດ, ນໍ້າຢາລ້າງມື 600 ຂວດ ແລະຜ້າອັດປາກ-ອັດດັງ 1.800 ກັບ. ກອງບັນຊາການທະຫານແຂວງກວ໋າງນິງ ໄດ້ຈັດການຂົນສົ່ງວັດຖຸອຸປະກອນເຫຼົ່ານັ້ນໄປຍັງດ່ານຊາຍແດນລ໊ອງເຊິບ ແລະມອບໃຫ້ພະແນກພົວພັນຕ່າງປະເທດຂອງແຂວງກວ໋າງນິງ ເພື່ອໜູນຊ່ວຍ 3 ແຂວງພາກເໜືອຂອງລາວ ຕາມກໍານົດ. ສະຫາຍທີ່ໄປປະຕິບັດໜ້າທີ່ທັງໝົດແມ່ນສັງກັດຢູ່ກອງບັນຊາການທະຫານແຂວງກວ໋າງນິງ ລ້ວນແຕ່ໄດ້ເອົາຕົວຢ່າງມາວິເຄາະຫາເຊື້ອ SARS-CoV-2 ແລະມີຜົນເປັນລົບ.

ໂດຍ: ໄຊນີດາ