ຕໍ່ໜ້າສະພາບພະຍາດໂຄວິດ-19 ມີການຜັນແປຢ່າງສັບສົນຢູ່ລາວ ໃນໄລຍະຜ່ານມານັ້ນ, ໂດຍເສີມຂະຫຍາຍຈິດໃຈສາມັກຄີ ແລະມິດຕະພາບແບບພິເສດລະຫວ່າງປະຊາຊົນຫວຽດນາມ ແລະປະຊາຊົນລາວບັນດາເຜົ່າ, ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ລະດົມບໍລິສັດຫຸ້ນສ່ວນນາມທ້ວນ (ເງະອານ) ສະໜັບສະໜູນຜ້າອັດປາກ-ອັດດັງ 200.000 ອັນ, ແລະມອບໃຫ້ປະຊາຊົນລາວ ເພື່ອຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19

leftcenterrightdel
ບັນຍາກາດທີ່ພິທີມອບ-ຮັບຜ້າອັດປາກ-ອັດດັງໃຫ້ປະຊາຊົນລາວ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19. ພາບ: ຮຸ່ງຟອງ.

ການເຄື່ອນໄຫວດັ່ງກ່າວແນໃສ່ສະແດງໃຫ້ເຫັນຄວາມສາມັກຄີ, ມິດຕະພາບແບບພິເສດ ແລະການແບ່ງປັນຂອງປະຊາຊົນຫວຽດນາມ ເວົ້າລວມ, ສູນກາງສະມາຄົມມິດຕະພາບຫວຽດນາມ-ລາວ ເວົ້າສະເພາະຕໍ່ໜ້າຄວາມຫຍຸ້ງຍາກ ເຊິ່ງປະຊາຊົນລາວ ພວມປະເຊີນໜ້າ, ປະກອບສ່ວນໜູນຊ່ວຍລາວ ໃນການຕໍ່ສູ້ປ້ອງກັນ, ຕ້ານພະຍາດໂຄວິດ -19.

ໂດຍ: ທະນາພອນ