ໃນວັນທີ 3 ແລະວັນທີ 4 ມິຖຸນາ, ສະຖານທູດຫວຽດນາມ ປະຈໍາ ລາວ ໄດ້ຮັບເງິນຈໍານວນ 10.000 ໂດລາສະຫະລັດ, ໂດຍທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດລາວ ມອບໃຫ້ ແລະ 20.000 ໂດລາສະຫະລັດ, ໂດຍທ່ານ ອາລຸນແກ້ວ ກິດຕິຄຸນ, ຜູ້ຕາງໜ້າກຸ່ມບໍລິສັດ Petro Trade ມອບໃຫ້, ເພື່ອໜູນຊ່ວຍຫວຽດນາມ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19.

leftcenterrightdel
ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດລາວ ມອບເງິນຈໍານວນ 10.000 ໂດລາສະຫະລັດ ເພື່ອໜູນຊ່ວຍຫວຽດນາມ ຕ້ານພະຍາດໂຄວິດ-19. ພາບ: vov.vn.

ຕາງໜ້າລັດຖະບານ ແລະປະຊາຊົນຫວຽດນາມ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ໄດ້ສະແດງຄວາມຂອບອົກຂອບໃຈອັນເລິກເຊິ່ງ ແລະຖືວ່າ ຂອງຂວັນທີ່ມີຄວາມໝາຍ ແລະທັນການຂອງເພື່ອນລາວຈະປະກອບສ່ວນໜູນຊ່ວຍ, ໃຫ້ກໍາລັງໃຈລັດຖະບານ ແລະປະຊາຊົນຫວຽດນາມ ສະກັດກັ້ນ ແລະຍູ້ພະຍາດໂຄວິດ -19ໃຫ້ຖອຍໄປໂດຍໄວ.

ທ່ານເອກອັກຄະລັດຖະທູດ ກໍແບ່ງປັນບົດຮຽນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ, ໂດຍສະເພາະແມ່ນຢູ່ທ້ອງຖິ່ນທີ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19; ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ມີຄວາມສາມາດຢ່າງພຽງພໍ ແລະມີຄວາມປະເອີບໃຈໃນການປະຕິບັດສໍາເລັດເປົ້າໝາຍຄວບຄູ່, ທັງປ້ອງກັນ, ຕ້ານພະຍາດໂຄວິດ-19 ທັງຮັບປະກັນເປົ້າໝາຍພັດທະນາເສດຖະກິດ-ສັງຄົມ. ພ້ອມທັງຢັ້ງຢືນວ່າ ພັກ, ລັດຖະບານ ແລະປະຊາຊົນຫວຽດນາມ ຈະສືບຕໍ່ຄຽງບ່າຄຽງໄຫຼ່, ສະໜັບສະໜູນ, ໜູນຊ່ວຍ ລາວ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19.

ໂດຍ: ກວຽດເຕິມ