leftcenterrightdel
ໜ່ວຍງານແພດໝໍຂອງໂຮງໝໍເຈິເຣີ້ຍ ຖ່າຍຮູບຢູ່ສະໜາມບິນເຕິນເຊີນເຍິດ ກ່ອນທີ່ຈະອອກເດີນ ທາງໄປຮ່າໂນ້ຍ ເພື່ອເຂົ້າຮ່ວມພ້ອມກັບຄະນະປະຕິບັດງານກະຊວງສາທາລະນະສຸກ ໄປໜູນຊ່ວຍວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານໝໍ ຫງວຽນຈີທຶກ, ຜູ້ອຳນວຍການໂຮງໝໍເຈິເຣີ້ຍ ໃຫ້ຮູ້ວ່າ ນີ້ແມ່ນຄັ້ງທຳອິດທີ່ແພດໝໍໂຮງໝໍເຈິເຣີ້ຍ ໄດ້ໄປຕ່າງປະເທດເພື່ອໜູນຊ່ວຍປະເທດເພື່ອນມິດລາວຕ້ານພະຍາດໂຄວິດ-19. ກ່ອນໜ້ານັ້ນ, ໃນເວລາກວ່າໜຶ່ງປີຜ່ານມາ, ໂຮງໝໍເຈິເຣີ້ຍ ໄດ້ຈັດສົ່ງຫຼາຍໜ່ວຍງານແພດໝໍໄປທ້ອງຖິ່ນຕ່າງໆໃນທົ່ວປະເທດ, ຄື: ດ່ານັ້ງ, ກວ໋າງນາມ, ບ່າເຣ້ຍຫວູງເຕົ່າ, ໄຕນິງ, ຢາລາຍ, ກຽນຢາງ... ເພື່ອປິ່ນປົວຜູ້ຕິດພະຍາດທີ່ມີອາການໜັກກໍ່ຄືເຂົ້າຮ່ວມວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.

ໂດຍ: ແສງເດືອນ