ທ່ານ ສົມໄມ ບຸບຜາພີ ປະທານສະມາຄົມຊາວຫວຽດນາມ ອາໄສຢູ່ແຂວງອຸດົມໄຊ ຫາກໍ່ມອບເຄື່ອງຊ່ວຍເຫຼືອ ແລະເງິນສົດໃຫ້ທ່ານ ບຸນຄົງ ຫຼ້າຈຽມພອນ - ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ລວມມີ: ໝີ່ສໍາເລັດຮູບ 600 ແກັດ, ຜ້າອັດປາກ-ອັດດັງ 55.000 ອັນ ມູນຄ່າ 70 ລ້ານກີບ ພ້ອມເງິນສົດ 65 ລ້ານກີບ, ເພື່ອແນໃສ່ຮ່ວມແຮງຮ່ວມໃຈພ້ອມກັບອໍານາດການປົກຄອງທ້ອງຖິ່ນສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກໍາລັງແຜ່ລະບາດຢູ່ລາວ.

leftcenterrightdel
ບ່ອນວິໄຈກວດຫາເຊື້ອພະຍາດໂຄວິດ-19 ຊົ່ວຄາວ ໄດ້ຮັບການສ້າງຕັ້ງຂຶ້ນນັບມື້ນັບຫຼາຍຢູ່ນະຄອນຫຼວງວຽງຈັນເພື່ອຕອບສະໜອງຄວາມຕ້ອງການວິໄຈຂອງຜູ້ຖືກສົງໄສຕິດເຊື້ອພະຍາດໂຄວິດ-19. ພາບ: vov.vn.

ທ່ານ ບຸນຄົງ ຫຼ້າຈຽມພອນ - ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ຂອບໃຈການຊ່ວຍເຫຼືອຢ່າງທັນການຂອງສະມາຄົມຊາວຫວຽດນາມ ອາໄສຢູ່ແຂວງອຸດົມໄຊ, ທ່ານຖືວ່າການຊ່ວຍເຫຼືອດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບ, ການແບ່ງປັນຄວາມຫຍຸ້ງຍາກຂອງປະຊາຄົມວິສາຫະກິດ ແລະຊາວຫວຽດນາມ ອາໄສຢູ່ລາວ ຕໍ່ໜ້າຄວາມຫຍຸ້ງຍາກຂອງທ້ອງຖິ່ນ, ພ້ອມທັງຢັ້ງຢືນວ່າຈະນໍ້າໃຊ້ເງິນ, ເຄື່ອງຊ່ວຍເຫຼືອດັ່ງກ່າວໃຫ້ແກ່ວຽກງານປ້ອງກັນ, ຕ້ານ ແລະສະກັດກັ້ນພະຍາດໂຄວິດ-19 ຢ່າງມີປະສິດທິຜົນທີ່ສຸດ, ເພື່ອປົກປ້ອງຊີວິດຂອງປະຊາຊົນ.

ໂດຍ: ໄຊຊະນະ