ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຫງວຽນມິງຫວູ ອວຍພອນທ່ານ ພົມມາ ບຸດທະວົງ ເອກອັກຄະລັດຖະທູດລາວ, ພະນັກງານສະຖານທູດລາວ ແລະຄອບຄົວປີໃໝ່ຈົ່ງມີສຸຂະພາບແຂງແຮງ ແລະປະສົບຜົນສຳເລັດໃນໜ້າທີ່ການງານ; ຊົມເຊີຍປະເທດລາວ ຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ປະສົບຜົນສໍາເລັດ.

ທ່ານເອກອັກຄະລັດຖະທູດ ຫງວຽນມິງຫວູ ໄດ້ເນັ້ນໜັກເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ-ລາວ; ທ່ານໄດ້ຕີລາຄາສູງຕໍ່ເລື່ອງສອງປະເທດຮັກສາຫຼາຍກິດຈະກຳພົບປະຂັ້ນສູງໃນໄລຍະຜ່ານມາເຖິງວ່າຖືກຜົນສະທ້ອນຈາກພະຍາດໂຄວິດ-19 ກໍ່ຂຶ້ນ.

leftcenterrightdel
ທ່ານ ຫງວຽນມິງຫວູ ເອກອັກຄະລັດຖະທູດ ແລະພະນັກງານສະຖານທູດຫວຽດນາມ ປະຈຳ ເຢຍລະມັນ ອວຍພອນປີໃໝ່ສະຖານທູດລາວ ປະຈຳ ເຢຍລະມັນ. ພາບ: baoquocte.vn.

ທ່ານເອກອັກຄະລັດຖະທູດ ພົມມາ ບຸດທະວົງ ໄດ້ສະແດງຄວາມຂອບອົກຂອບໃຈທ່ານເອກອັກຄະລັດຖະທູດ ຫງວຽນມິງຫວູ ແລະພະນັກງານສະຖານທູດຫວຽດນາມ ປະຈຳ ເຢຍລະມັນ; ສະແດງຄວາມເຊື່ອໝັ້ນວ່າ ການພົວພັນສອງຝ່າຍຈະສືບຕໍ່ພັດທະນາດ້ວຍຜົນສຳເລັດຂອງກອງປະຊຸມໃຫຍ່ພັກ ແລະການເລືອກຕັ້ງສະມາຊິກສະພາແຫ່ງຊາດຢູ່ແຕ່ລະປະເທດຫວ່າງແລ້ວນີ້. ທ່ານເອກອັກຄະລັດຖະທູດກໍ່ຫວັງວ່າ ການພົບປະແລກປ່ຽນລະຫວ່າງສະຖານທູດສອງປະເທດຈະໄດ້ຮັບການຟື້ນຟູພາຍຫຼັງສະພາບພະຍາດໂຄວິດ-19 ຢູ່ເຢຍລະມັນ ໄດ້ຮັບການຄວບຄຸມ.

ໂດຍ: ທະນາພອນ