leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຟານວຽດເກື່ອງ ປາດຖະໜາຢາກພັດທະນາການພົວພັນຮ່ວມມືຢ່າງເລິກເຊິ່ງກວ້າງຂວາງກັບບັນດາແຂວງພາກໃຕ້ລາວ; ພ້ອມທັງຫວັງວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະມີຫຼາຍຮູບແບບຮ່ວມມືຢ່າງມີປະສິດທິຜົນກວ່າອີກໃນຂົງເຂດຕ່າງໆ... ສອງຝ່າຍເຊື່ອໝັ້ນວ່າ ສາຍພົວພັນຮ່ວມມືລະຫວ່າງສອງປະເທດນັບມື້ນັບພັດທະນາຢ່າງເລິກເຊິ່ງ, ນໍາມາເຊິ່ງປະສິດທິຜົນຢ່າງແທດຈິງຫຼາຍຢ່າງ.

ສ່ວນທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງແຂວງກວ໋າງນາມ ທີ່ມີຕໍ່ແຂວງເຊກອງ ແລະແຂວງຕ່າງໆຂອງລາວ ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19; ການກໍ່ສ້າງພື້ນຖານໂຄງລ່າງ;  ພິເສດແມ່ນວຽກງານຮັບເອົາພະນັກງານ, ນັກສຶກສາລາວ ມາບໍາລຸງກໍ່ສ້າງ.

leftcenterrightdel
ການນໍາແຂວງກວ໋າງນາມ ຖ່າຍຮູບເປັນທີ່ລະນຶກກັບຄະນະປະຕິບັດງານລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ກໍ່ຫວັງວ່າແຂວງກວ໋າງນາມ ຈະສືບຕໍ່ໜູນຊ່ວຍແຂວງເຊກອງ ກໍ່ສ້າງກິດຈະກໍາໂຄງລ່າງທີ່ຈໍາເປັນ; ຊຸກຍູ້ພື້ນຖານໂຄງລ່າງ ແລະຂຸດຄົ້ນດ່ານຊາຍແດນສາກົນດັກຕາອອກ-ນາມຢາງ ຢ່າງມີປະສິດທິຜົນ; ປະກອບສ່ວນຊຸກຍູ້ການແລກປ່ຽນສິນຄ້າລະຫວ່າງບັນດາທ້ອງຖິ່ນຢູ່ພາກກາງຫວຽດນາມ ແລະບັນດາແຂວງພາກໃຕ້ລາວ. ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ປາດຖະໜາຢາກໃຫ້ແຂວງກວ໋າງນາມ ສະໜັບສະໜູນຂໍ້ສະເໜີຂອງຝ່າຍລາວ ກ່ຽວກັບການກໍ່ສ້າງທາງດ່ວນເຊື່ອມຕໍ່ສອງປະເທດ, ຫັນຍຸດທະສາດແລວທາງຕາເວັນອອກ-ຕາເວັນຕົກ ໃຫ້ປະກົດຜົນເປັນຈິງ...

ໂດຍ: ທູຈາງ