ຕາງໜ້າກະຊວງປ້ອງກັນປະເທດຫວຽດນາມ, ທ່ານພັນເອກພິເສດ ຟ້າມແມັ້ງທັ໊ງ ໄດ້ອວຍພອນພະນັກງານ, ພາລະກອນຢູ່ສະຖານທູດລາວ ເນື່ອງໃນໂອກາດບຸນປີໃໝ່ລາວ. ທ່ານຢັ້ງຢືນວ່າ ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍແມ່ນເສົາຄໍ້າສໍາຄັນໃນການພົວພັນຫວຽດນາມ-ລາວ, ທ່ານພັນເອກພິເສດ ຟ້າມແມັ້ງທັ໊ງ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ສາຍພົວພັນນີ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ, ຜ່ານນັ້ນປະກອບສ່ວນສໍາຄັນເຂົ້າໃນການຮັກສາ ແລະເພີ່ມທະວີການພົວພັນມິດຕະພາບລະຫວ່າງສອງປະເທດ, ປົກປັກຮັກສາຄວາມໝັ້ນຄົງ, ອະທິປະໄຕຜືນແຜ່ນດິນຂອງແຕ່ລະປະເທດ, ເຮັດໃຫ້ກົນອຸບາຍ, ເລ່ລ່ຽມຂອງອິດທິກໍາລັງທີ່ເປັນປໍລະປັກແນໃສ່ແບ່ງແຍກນໍ້າໃຈສາມັກຄີຫວຽດນາມ-ລາວ ຖືກປະລາໄຊ. ທ່ານພັນເອກພິເສດ ຟ້າມແມັ້ງທັ໊ງ ສະແດງຄວາມປາດຖະໜາຢາກໃຫ້ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ສືບຕໍ່ສະໜັບສະໜູນ, ມີການປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດເວົ້າລວມ ກໍ່ຄືການຮ່ວມມືດ້ານປ້ອງກັນຊາດສອງຝ່າຍເວົ້າສະເພາະ.

leftcenterrightdel
ທ່ານພັນເອກພິເສດ ຟ້າມແມັ້ງທັ໊ງ ມອບດອກໄມ້ອວຍພອນພະນັກງານ, ພາລະກອນສະຖານທູດລາວ ປະຈໍາ ຫວຽດນາມ. ພາບ: ຮວ່າງຫວູ.

ສ່ວນທ່ານ ແສງເພັດ ຮຸ່ງບຸນຍວງ ກໍ່ສະແດງຄວາມຂອບໃຈຕໍ່ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ມາຮ່ວມເບີກບານມ່ວນຊື່ນ, ອວຍພອນສະຖານທູດລາວ ເນື່ອງໃນໂອກາດບຸນປີໃໝ່ລາວ, ຖືນີ້ແມ່ນການລະດົມກໍາລັງໃຈອັນໃຫຍ່ຫຼວງເພື່ອໃຫ້ພະນັກງານ, ພາລະກອນສະຖານທູດລາວ ປະຈໍາ ຫວຽດນາມ ປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ເປັນຢ່າງດີ. ທ່ານ ແສງເພັດ ຮຸ່ງບຸນຍວງ ຢັ້ງຢືນວ່າ ໃນຖານະຕໍາແໜ່ງປະຕິບັດງານຂອງຕົນ ທ່ານຈະມານະພະຍາຍາມເຮັດຈົນສຸດຄວາມສາມາດເພື່ອແນໃສ່ປະກອບສ່ວນຊຸກຍູ້ການພົວພັນລາວ-ຫວຽດນາມ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ.

ໂດຍ: ເຈິ່ນຮວ່ຽນ