ໃນບັນຍາກາດເບີກບານມ່ວນຊື່ນ, ເຕັມໄປດ້ວຍໄມຕີຈິດມິດຕະພາບແບບພິເສດ, ການນໍາສອງກົມກອງໄດ້ແຈ້ງໃຫ້ກັນຊາບກ່ຽວກັບໝາກຜົນບັນລຸໄດ້ໃນການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ ປີ 2020 ແລະຕີລາຄາໝາກຜົນການປະຕິບັດໜ້າທີ່ສົມທົບກັນໃນວຽກງານພົວພັນຕ່າງປະເທດດ້ານການທະຫານ, ການປ້ອງກັນຊາດຂອງສອງກົມກອງ. ພົ້ນເດັ່ນແມ່ນ, ໃນປີ 2020 ເຖິງວ່າສະພາບພະຍາດໂຄວິດ-19 ແລະໄພທໍາມະຊາດມີຜັນແປສັບສົນຫຼາຍຢ່າງ, ແຕ່ສອງກົມກອງໄດ້ປະຕິບັດວຽກງານສົມທົບກັນ, ຈັດຕັ້ງການຢ້ຽມຢາມຖາມຂ່າວ, ອວຍພອນກັນໃນໂອກາດງານບຸນ, ບຸນເຕັດ, ວັນສໍາຄັນຕ່າງໆກໍ່ຄືແລກປ່ຽນບັນດາບັນຫາທີ່ກ່ຽວຂ້ອງເຖິງໜ້າທີ່ຂອງສອງກົມກອງເປັນຢ່າງດີ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ຫງວຽນແທັງຫາຍ.

ທີ່ກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນ, ເຫັນດີເປັນເອກະພາບລົງນາມຂໍ້ຕົກລົງວ່າດ້ວຍການປະຕິບັດບັນດາເນື້ອໃນສົມທົບກັນເຄື່ອນໄຫວໃນປີ 2021, ຈຸດສຸມແມ່ນສືບຕໍ່ຮັກສາ, ພັດທະນາສາຍພົວພັນແບບຍືນຍົງ, ຮ່ວມມືມິດຕະພາບ ແລະເຫັນດີເປັນເອກະພາບບັນດາແຜນງານເພື່ອໃຫ້ສອງກົມກອງຊ່ວຍເຫຼືອກັນໃນການປະຕິບັດໜ້າທີ່.

ທີ່ກອງປະຊຸມ, ເນື່ອງໃນໂອກາດບຸນປີໃໝ່ລາວ, ການນໍາກອງພົນ 968 ພ້ອມກັບບັນດາອົງການ, ກົມກອງໄດ້ມອບຂອງຂວັນ ແລະສົ່ງຄໍາອວຍພອນປີໃໝ່ເຖິງພະນັກງານ, ນັກຮົບກອງພົນທີ 4 ແລະອວຍພອນໃຫ້ນໍ້າໃຈສາມັກຄີມິດຕະພາບແບບພິເສດລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະສອງກົມກອງ “ສວຍສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ”.

ໂດຍ: ກວຽດເຕີມ