ທ່ານ ຈັນທອນ ສິດທິໄຊ ຜູ້ອໍານວຍການບໍລິຫານບໍລິສັດ VDS ເນັ້ນໜັກເຖິງຄວາມໝາຍຍຸດທະສາດຂອງທ່າກໍາປັ່ນຫວູງອ໊າງ, ເຊິ່ງແມ່ນໂຄງການຮ່ວມມືພາກລັດ-ເອກະຊົນພິເສດລະຫວ່າງລາວ ແລະຫວຽດນາມ. ເລື່ອງໂອນກຳມະສິດຫຸ້ນສ່ວນ 20% ໃຫ້ບໍລິສັດພັດທະນາທ່າກໍາປັ່ນຫວູງອ໊າງລາວ-ຫວຽດນາມ ຈະສ້າງເງື່ອນໄຂຍູ້ໄວວິວັດການຜັນຂະຫຍາຍຍົກລະດັບທ່າກໍາປັ່ນຫວູງອ໊າງ ໄລຍະທີ 1 (2021- 2023),  ເປີດກວ້າງທ່າກໍາປັ່ນຫວູງອ໊າງ 1, 2 ແລະ 3 ຕາມຂໍ້ຕົກລົງທີ່ໄດ້ລົງນາມລະຫວ່າງລັດຖະບານລາວ-ຫວຽດນາມ, ເພີ່ມຄວາມສາມາດສົ່ງຕໍ່ສິນຄ້າຢູ່ທ່າກໍາປັ່ນຫວູງອ໊າງ, ມຸ່ງໄປເຖິງຄວາມສາມາດຮັບເອົາກໍາປັ່ນທີ່ມີບັນທຸກນ້ຳໜັກ 5.000-100.000 ໂຕນ ແລະສະໜອງບໍລິການໃຫ້ 50.000-1.200.000 container ດ້ວຍປະລິມານສິນຄ້າແຕ່ 3-20 ລ້ານໂຕນ ໃນປີ 2030.

leftcenterrightdel
ທ່າກໍາປັ່ນຫວູງອ໊າງ (ແຂວງຮ່າຕີ໊ງ) - ເສັ້ນທາງທະເລ ເພື່ອໃຫ້ລາວ ພັດທະນາ ແລະເຊື່ອມໂຍງເຂົ້າກັບສາກົນ. ພາບ: vovworld.vn.

ທ່າກໍາປັ່ນຫວູງອ໊າງມີບົດບາດສໍາຄັນສໍາລັບນະໂຍບາຍຂອງລັດຖະບານລາວ ໃນການສໍາຜັດກັບການເຄື່ອນໄຫວທາງທະເລ ແລະເພີ່ມທະວີການເຊື່ອມຕໍ່ໃນພາກກື້ນ, ພ້ອມທັງປະກອບສ່ວນຊຸກຍູ້ເສດຖະກິດລາວ ໃຫ້ເຕີບໂຕຜ່ານການພັດທະນາໃນຂົງເຂດຄົມມະນາຄົມຂົນສົ່ງ ແລະການຄ້າ, ເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມືແບບພິເສດລະຫວ່າງລາວ ແລະຫວຽດນາມ.

ໂດຍ: ທູຈາງ