ຍູ້ແຮງການຮ່ວມມືລະຫວ່າງກໍາລັງຕໍາຫຼວດຫວຽດນາມ ແລະກໍາລັງປ້ອງກັນຄວາມສະຫງົບລາວ
ກປ.ອອນໄລ - ວັນທີ 2 ເມສາ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ ໄດ້ນໍາໜ້າຄະນະພະນັກງານ, ພາລະກອນສະຖານທູດຫວຽດນາມ ແລະອົງການຜູ້ຕາງໜ້າກະຊວງຕໍາຫຼວດຫວຽດນາມ ປະຈໍາ ລາວ ໄປສໍານັກງານກະຊວງປ້ອງກັນຄວາມສະຫງົບ ລາວ, ອວຍພອນ 60 ປີແຫ່ງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ລາວ (5-4-1961 - 5-4-2021).
    |
 |
ທ່ານພົນຕີ ກົງທອງ ພົງວິຈິດ ພາກພູມໃຈເມື່ອໄດ້ຮັບກະເຊົ້າດອກໄມ້ທີ່ເຕັມໄປດ້ວຍນໍ້າໃຈມິດຕະພາບທີ່ການຕ້ອນຮັບ ໃນວັນທີ 2 ເມສາ. ພາບ: nhandan.com.vn |
ທີ່ການຕ້ອນຮັບ, ທ່ານພົນຕີ ກົງທອງ ພົງວິຈິດ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ຢັ້ງຢືນວ່າ, ຕະຫຼອດໄລຍະ 60 ປີແຫ່ງການສ້າງຕັ້ງ, ເຕີບໃຫຍ່ຂະຫຍາຍຕົວ ແລະພັດທະນາ, ກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ລາວ ຍາມໃດກໍໄດ້ຮັບການສະໜັບສະໜູນ, ການຊ່ວຍເຫຼືອຢ່າງໝົດຈິດໝົດໃຈຈາກພັກ, ລັດ ແລະປະຊາຊົນຫວຽດນາມ ເວົ້າລວມ ແລະຈາກກະຊວງຕໍາຫຼວດຫວຽດນາມ ເວົ້າສະເພາະ, ສິ່ງນີ້ໄດ້ປະກອບສ່ວນສໍາຄັນຊ່ວຍໃຫ້ກໍາລັງປ້ອງກັນຄວາມສະຫງົບ ລາວ ຍາມໃດກໍປະຕິບັດສໍາເລັດໜ້າທີ່ ເຊິ່ງ ພັກ, ລັດ ແລະປະຊາຊົນລາວ ມອບໝາຍໃຫ້...
    |
 |
ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ້ງ ເຊື່ອໝັ້ນວ່າ ກໍາລັງຕຳຫຼວດຫວຽດນາມ ແລະກຳລັງປ້ອງກັນຄວາມສະຫງົບລາວ ຈະສືບຕໍ່ຄຽງບ່າຄຽງໄຫຼ່ພ້ອມກັນປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍ. ພາບ: nhandan.com.vn |
ຕາງໜ້າຄະນະ, ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ໄດ້ອອຍພອນບັນດາຜົນງານອັນສະຫງ່າລາສີ ເຊິ່ງ ກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ລາວ ຍາດມາໄດ້ໃນຕະຫຼອດໄລຍະ 60 ປີຜ່ານມາ; ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ກໍາລັງຕຳຫຼວດປະຊາຊົນຫວຽດນາມ ແລະກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ລາວ ຍາມໃດກໍຄຽງບ່າຄຽງໄຫຼ່ພ້ອມກັນກໍ່ສ້າງ, ພັດທະນາກໍາລັງ, ປົກປ້ອງພັກ, ປົກປ້ອງລະບອບ ແລະຄວາມສະຫງົບສຸກໃຫ້ແກ່ປະຊາຊົນສອງປະເທດ; ເນັ້ນໜັກວ່າບັນດາໝາກຜົນຂອງການຮ່ວມມືອັນໝັ້ນແກ່ນ, ມີປະສິດທິຜົນ, ທຸກດ້ານຂອງສອງກໍາລັງຕຳຫຼວດ ແລະປ້ອງກັນຄວາມສະຫງົບສອງປະເທດ ບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນໃນຂອບເຂດສອງຝ່າຍ ເທົ່ານັ້ນ ຫາກຍັງຢູ່ເວທີປາໄສພາກພື້ນ ແລະສາກົນ ອີກດ້ວຍ.
ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ການຮ່ວມມືລະຫວ່າງກໍາລັງຕຳຫຼວດປະຊາຊົນຫວຽດນາມ ແລະກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ລາວ ຈະສືບຕໍ່ໄດ້ຮັບການເພີ່ມທະວີ, ນັບມື້ນັບແໜ້ນແຟ້ນ, ມີປະສິດທິຜົນ ແລະແທດຈິງ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ຂຽວສົດງົດງາມ, ໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ...
    |
 |
ບັນດາຜູ້ແທນເຂົ້າຮ່ວມພິທີໄຂງານວາງສະແດງຮູບພາບ 60 ປີແຫ່ງວັນນັກຊ່ຽວຊານຕໍາຫຼວດຫວຽດນາມ ປະຈໍາ ລາວ ຢູ່ຫໍພິພິທະພັນປ້ອງກັນຄວາມສະຫງົບ ລາວ. ພາບ: nhandan.com.vn |
ກໍ່ໃນວັນທີ 2 ເມສາ, ພິທີໄຂງານວາງສະແດງຮູບພາບ 60 ປີແຫ່ງວັນນັກຊ່ຽວຊານຕໍາຫຼວດຫວຽດນາມ ປະຈໍາ ລາວ ໄດ້ຈັດຂຶ້ນຢູ່ຫໍພິພິທະພັນປ້ອງກັນຄວາມສະຫງົບ ລາວ.
ໂດຍ: ໄຊຊະນະ