ຫວຽດນາມ ຈັດພິທີມອບ-ຮັບໂຄງການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ ຮັບໃຊ້ກອງປະຊຸມສະໄໝສາມັນເທື່ອທີ 1, ສະພາແຫ່ງຊາດລາວ ຊຸດທີ IX
ກປ.ອອນໄລ - ຕອນບ່າຍວັນທີ 20 ມີນາ, ຢູ່ນະຄອນຫຼວງວຽງຈັນ ໄດ້ດໍາເນີນພິທີມອບ-ຮັບຫໍສະພາແຫ່ງຊາດລາວຫຼັງໃໝ່ ເພື່ອຮັບໃຊ້ກອງປະຊຸມສະໄໝສາມັນເທື່ອທີ 1, ສະພາແຫ່ງຊາດລາວ ຊຸດທີ IX. ນີ້ແມ່ນຂອງຂວັນຂອງ ພັກ, ລັດ ແລະປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະປະຊາຊົນລາວ.
    |
 |
ພາບຫໍສະພາແຫ່ງຊາດລາວຫຼັງໃໝ່ ຈາກພາຍນອກ. ພາບ: ສໍານັກຂ່າວສານຫວຽດນາມ. |
ເຂົ້າຮ່ວມພິທີມອບ-ຮັບມີທ່ານ ເລກວາງຮຸ່ງ ຮອງລັດຖະມົນຕີກະຊວງກໍ່ສ້າງຫວຽດນາມ; ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ, ຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ; ທ່ານພົນຈັດຕະວາ ຫງວຽນກ໊ວກຢຸງ ຜູ້ບັນຊາການແມ່ທັບນ້ອຍ 11 ເຊິ່ງແມ່ນກົມກອງຮັບເໝົາກໍ່ສ້າງ, ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການ ແລະບັນດາກົມກອງທີ່ກ່ຽວຂ້ອງຂອງສອງປະເທດຫວຽດນາມ ແລະລາວ.
ທີ່ພິທີ, ທ່ານ ສົມພັນ ແພງຄຳມີ ໃຫ້ຮູ້ວ່າ ໃນຊຸມວັນຜ່ານມາ, ບັນດາສະມາຊິກສະພາແຫ່ງຊາດລາວ ໄດ້ເຂົ້າຮ່ວມການແນະນໍາກ່ຽວກັບການນໍາໃຊ້ບັນດາອຸປະກອນໃນຫໍສະພາແຫ່ງຊາດຫຼັງໃໝ່. ທຸກທ່ານລ້ວນແຕ່ສະແດງຄວາມປິຕິຊົມຊື່ນ, ເພິ່ງພໍໃຈ ແລະຕີລາຄາສູງຕໍ່ຄວາມທັນສະໄໝ, ຜົນປະໂຫຍດ ແລະຄວາມສະດວກສະບາຍຂອງບັນດາອຸປະກອນທີ່ຈະນໍາໃຊ້ຢູ່ກອງປະຊຸມ ກໍ່ຄືໃນອາຄານ.
    |
 |
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ນາຍົກລັດຖະມົນຕີລາວ ພ້ອມກັບບັນດາເຈົ້າໜ້າທີ່ລາວ ແລະພະນັກງານ, ນັກຮົບແມ່ທັບນ້ອຍ 11 ຢູ່ຕໍ່ໜ້າຫໍສະພາແຫ່ງຊາດລາວຫຼັງໃໝ່. ພາບ: ສໍານັກຂ່າວສານຫວຽດນາມ. |
ພາຍຫຼັງກອງປະຊຸມສະໄໝສາມັນເທື່ອທໍາອິດນີ້, ໂຄງການຈະສືບຕໍ່ກໍ່ສ້າງ, ເຮັດໃຫ້ສໍາເລັດ ແລະຕີລາຄາສັງລວມເພື່ອກ້າວໄປເຖິງການມອບ-ຮັບ, ຄາດຄະເນໃນທ້າຍເດືອນມິຖຸນາ 2021. ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ແມ່ນຫຼັກຖານຕົວຈິງ ແລະມີຊີວິດຊີວາ, ປະກອບສ່ວນສືບຕໍ່ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບແບບພິເສດ, ສາຍພົວພັນທີ່ສະໜິດຕິດພັນລະຫວ່າງສອງປະເທດຫວຽດນາມ ແລະລາວ.
ໂດຍ: ເຈິ່ນຮວ່ຽນ