ໃນຕະຫຼອດໄລຍະ 45 ປີຜ່ານມາ, ລາວ ແລະຫວຽດນາມ ໄດ້ພ້ອມກັນພັດທະນາປະເທດ, ຊ່ວຍເຫຼືອກັນຕາມຈິດໃຈການພົວພັນແບບພິເສດ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ. ພັກ, ລັດຖະບານ ແລະປະຊາຊົນລາວ ຮູ້ສຶກເອກອ້າງທະນົງໃຈເມື່ອເຫັນວ່າການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລາວ-ຫວຽດນາມ ຍັງຄົງໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ແລະພັດທະນາທັງລວງກວ້າງ ແລະລວງເລິກໃນທຸກຂົງເຂດ, ນໍາເອົາຜົນປະໂຫຍດອັນແທດຈິງມາໃຫ້ສອງຝ່າຍ.

leftcenterrightdel
ທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດ ລາວ ໃຫ້ສໍາພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ. ພາບ: ຟ້າມກຽນ.

ທ່ານນາງ ສູນທອນ ໄຊຍະຈັກ ຖືວ່າ: ປະຊາຊົນ ລາວ ຈະຈົດຈຳໄປຕະຫຼອດກ່ຽວກັບເລື່ອງລູກຫຼານຮຸ່ນຕ່າງໆຂອງປະເທດຫວຽດນາມ ນັບຫຼາຍໝື່ນຄົນໄດ້ມາຊ່ວຍເຫຼືອປະຊາຊົນ ລາວ ໃນການຕໍ່ສູ້ຍາດເອົາເອກະລາດ ແລະເສລີພາບໃຫ້ແກ່ປະເທດລາວ. ໃນຕະຫຼອດໄລຍະ 45 ປີຜ່ານມາ, ສອງພັກ, ສອງລັດຖະບານ ແລະປະຊາຊົນສອງປະເທດ ຍາມໃດກໍສະໜິດຕິດພັນ, ຄຽງບ່າຄຽງໄຫຼ່, ຊ່ວຍເຫຼືອເຊິ່ງກັນແລະກັນໃນພາລະກິດສ້າງສາ, ປົກປັກຮັກສາປະເທດຊາດ ແລະເພີ່ມພູນຄູນສ້າງການພົວພັນແບບພິເສດລາວ-ຫວຽດນາມ.

ທ່ານນາງ ສູນທອນ ໄຊຍະຈັກ ຢັ້ງຢືນວ່າ ການພົວພັນພິເສດລາວ-ຫວຽດນາມ ຍາມໃດກໍ່ແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງພັກ ແລະປະຊາຊົນລາວ. ສອງປະເທດຈະສືບຕໍ່ສຶກສາອົບຮົມ ແລະໂຄສະນາເຜີຍແຜ່ໃຫ້ປະຊາຊົນ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມສອງປະເທດ ເຂົ້າໃຈກ່ຽວກັບຄວາມສໍາຄັນຂອງການພົວພັນແບບພິເສດລາວ-ຫວຽດນາມ; ຖືປະສິດທິຜົນ ແລະຄຸນນະພາບການຮ່ວມມືໃນບັນດາຂົງເຂດເປັນສໍາຄັນ, ໂດຍສະເພາະແມ່ນໃນການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະພັດທະນາແຫຼ່ງຊັບພະຍາກອນມະນຸດ ເພື່ອໃຫ້ສົມກັບການເສຍສະຫຼະອັນໃຫຍ່ຫຼວງຂອງຮຸ່ນພໍ່ຮຸ່ນອ້າຍ, ສົມກັບການພົວພັນດ້ານການເມືອງລະຫວ່າງສອງພັກ, ສອງລັດຖະບານ ແລະປະຊາຊົນສອງປະເທດ ລາວ-ຫວຽດນາມ.

ໂດຍ: ໄຊຊະນະ