ຕາມຕົວເລກສະຖິຕິຂອງກົມໃຫຍ່ພາສີແລ້ວ, ໃນເດືອນມິຖຸນາ, ລວມຍອດວົງເງິນສົ່ງອອກ-ນໍາເຂົ້າລະຫວ່າງຫວຽດນາມ ແລະລາວ ບັນລຸກວ່າ 82,6 ລ້ານໂດລາສະຫະລັດ. ລະອຽດຄື: ວົງເງິນສົ່ງອອກສິນຄ້າໄປຍັງລາວບັນລຸ 50,5 ລ້ານໂດລາສະຫະລັດ ແລະນໍາເຂົ້າ 32,1 ລ້ານໂດລາສະຫະລັດ. ມູນຄ່າສ່ວນເກີນບັນລຸ 18,3 ລ້ານໂດລາສະຫະລັດ.

leftcenterrightdel
ພາບປະກອບຈາກ vietnambiz.vn.

ໄລ່ລວມໃນ 6 ເດືອນຕົ້ນປີ 2020, ວົງເງິນສົ່ງອອກໄປຍັງລາວບັນລຸ 276,8 ລ້ານໂດລາສະຫະລັດ ແລະນໍາເຂົ້າຈາກລາວ 214,9 ລ້ານໂດລາສະຫະລັດ. 

ໝວດສິນຄ້າທີ່ມີວົງເງິນສົ່ງອອກກວ່າ 3 ລ້ານໂດລາສະຫະລັດ ນັ້ນແມ່ນ: ເຫຼັກກ້າທຸກປະເພດ (10,7 ລ້ານໂດລາສະຫະລັດ);  ຜັກ ແລະໝາກໄມ້ (4,3 ລ້ານໂດລາສະຫະລັດ); ຜະລິດຕະພັນຈາກເຫຼັກກ້າ (4,2 ລ້ານໂດລາສະຫະລັດ); ໄມ້ ແລະຜະລິດຕະພັນຈາກໄມ້ (3,5 ລ້ານໂດລາສະຫະລັດ); ເຄື່ອງຈັກ, ອຸປະກອນ, ເຄື່ອງອາໄຫຼ່ອື່ນໆ (3 ລ້ານໂດລາສະຫະລັດ). 

ສ່ວນຫວຽດນາມ ນໍາເຂົ້າຈາກລາວ ສ່ວນຫຼາຍແມ່ນ: ຢາງພາລາ, ຝຸ່ນປະເພດຕ່າງໆ, ໄມ້ ແລະຜະລິດຕະພັນຈາກໄມ້, ບໍ່ແຮ່ ແລະແຮ່ທາດອື່ນໆ...

ໂດຍ: ໄຊຊະນະ