ສະຫຼຸບຜົນການປະຕິບັດບັ້ນໂຄສະນາເຜີຍແຜ່, ໂຈມຕີ, ປາບປາມອາດຊະຍາກໍາຢາເສບຕິດຢູ່ເຂດຊາຍແດນຫວຽດນາມ-ລາວ
    
    
    
        
            
ກປ.ອອນໄລ - ຕອນເຊົ້າວັນທີ 20 ສິງຫາ, ທີ່ແຂວງແທັງຮ໊ວາ, ກະຊວງຕໍາຫຼວດຫວຽດນາມ ໄດ້ສົມທົບກັບກະຊວງປ້ອງກັນຄວາມສະຫງົບລາວ ແລະບັນດາກໍາລັງທີ່ກ່ຽວຂ້ອງຈັດຕັ້ງກອງປະຊຸມສະຫຼຸບຜົນການປະຕິບັດບັ້ນໂຄສະນາເຜີຍແຜ່, ໂຈມຕີ, ປາບປາມອາດຊະຍາກໍາຢາເສບຕິດຢູ່ເຂດຊາຍແດນຫວຽດນາມ-ລາວ. 
        
        
        
            
	ທ່ານພົນໂທ ເລກຸ໊ຍເວືອງ, ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ເປັນປະທານກອງປະຊຸມ; ທ່ານພົນຕີ ສົມຫວັງ ທໍາມະສິດ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ເປັນປະທານຮ່ວມກອງປະຊຸມ.
	ກ່າວຄໍາເຫັນໄຂກອງປະຊຸມ, ທ່ານພົນໂທ ເລກຸ໊ຍເວືອງ ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ໃຫ້ຮູ້ວ່າ, ຫວຽດນາມ ແລະລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ຢູ່ໃກ້ເຂດ “ສາມຫຼ່ຽມພັດທະນາ” - ແມ່ນໃຈກາງຜະລິດ, ຊື້ຂາຍຢາເສບຕິດຜິດກົດໝາຍໃຫຍ່ທີ່ສຸດໃນໂລກ. ດ້ວຍເຫດນັ້ນ, ສອງປະເທດ ຫວຽດນາມ - ລາວ ຈຶ່ງຖືກຮັບຜົນສະທ້ອນໂດຍກົງຈາກການເຄື່ອນໄຫວອາດຊະຍາກໍາຢາເສບຕິດ ອັນໄດ້ສ້າງສະພາບການທີ່ສັບສົນກ່ຽວກັບຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສອງປະເທດ.
	
		
			
				     | 
		
		
			
				  | 
		
		
			| 
				ທ່ານພົນໂທ ເລກຸ໊ຍເວືອງ ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ກ່າວຄໍາເຫັນໄຂກອງປະຊຸມ. ພາບ: cand.com.vn. | 
		
	
	ທ່ານພົນໂທ ເລກຸ໊ຍເວືອງ ເນັ້ນໜັກວ່າ, ເລື່ອງຍູ້ແຮງການພົວພັນຮ່ວມມືສາກົນໃນການຕ້ານ ແລະສະກັດກັ້ນຢາເສບຕິດເວົ້າລວມ, ພິເສດແມ່ນການພົວພັນຮ່ວມມືລະຫວ່າງບັນດາປະເທດບ້ານໃກ້ເຮືອນຄຽງແມ່ນການຮຽກຮ້ອງຄວາມເປັນຈິງຢ່າງພາວະວິໄສ. ໂດຍຮັບຮູ້ຢ່າງຈະແຈ້ງຄວາມສໍາຄັນຂອງບັນຫານີ້, ໃນຊຸມປີຜ່ານມາ, ບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ໄດ້ຍູ້ແຮງການຜັນຂະຫຍາຍປະຕິບັດບັນດາໂຄງການ, ແຜນການ, ພ້ອມທັງຊຸກຍູ້ຢ່າງແຮງ ແລະມີຫຼາຍຂໍ້ລິເລີ່ມໃນບັນດາການເຄື່ອນໄຫວຮ່ວມມືສາກົນກັບບັນດາປະເທດ, ເຂດແຄວ້ນຢູ່ພາກພື້ນ ແລະໃນໂລກໃນຄວາມມານະພະຍາຍາມລວມໃນການຕໍ່ສູ້, ສະກັດກັ້ນ, ມຸ່ງໄປເຖິງການຍູ້ຖອຍຢາເສບຕິດໃຫ້ອອກໄປຈາກຊີວິດສັງຄົມ.
	
		
			
				     | 
		
		
			
				  | 
		
		
			| 
				ບັນຍາກາດທີ່ກອງປະຊຸມ. ພາບ: cand.com.vn. | 
		
	
	ທ່ານ ເລກຸ໊ຍເວືອງ ປາດຖະໜາວ່າ, ບັນດາກໍາລັງທີ່ກ່ຽວຂ້ອງຂອງສອງຝ່າຍຈະສຸມໃສ່ແລກປ່ຽນ, ຕີລາຄາບັນດາໝາກຜົນທີ່ບັນລຸໄດ້, ຊີ້ໃຫ້ເຫັນບັນດາບັນຫາທີ່ຍັງຈໍາກັດ, ຈາກນັ້ນຖອດຖອນບົດຮຽນເພື່ອແນໃສ່ຍົກສູງວຽກງານສົມທົບກັນຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກໍາຢາເສບຕິດຢູ່ເຂດຊາຍແດນລະຫວ່າງສອງປະເທດຫວຽດ ນາມ - ລາວ ໃນໄລຍະຈະມາເຖິງໃຫ້ມີປະສິດທິຜົນກວ່າອີກ.
	ໂດຍ: ໄຊຊະນະ