ໂດຍເປັນປະທານການໂອ້ລົມສົນທະນາແມ່ນທ່ານ ປອ. ຫງວຽນຝຸເຈື່ອງ, ຮອງຜູ້ອໍານວຍການສະຖາບັນຊາວໜຸ່ມເຍົາວະຊົນຫວຽດນາມ, ພ້ອມກັບທ່ານນາງ ເລຮົ່ງຫຍຸງ, ຮອງຫົວໜ້າພະແນກສາກົນ, ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ; ທ່ານ ຄໍາເລ້ ໄຊຍະວົງສີ, ຮອງເລຂາຄະນະບໍລິຫານງານຊາວໝຸ່ມແຂວງວຽງຈັນ, ຫົວໜ້າຊຸດຝຶກອົບຮົມວຽກງານຊາວໜຸ່ມໃຫ້ແກ່ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ. ນອກຈາກນັ້ນ, ຍັງມີການເຂົ້າຮ່ວມຂອງຜູ້ແທນຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແລະຜູ້ແທນສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ 50 ທ່ານ.

ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນຊາວໜຸ່ມສອງປະເທດໄດ້ພ້ອມກັນປຶກສາຫາລືບາງເນື້ອໃນຈຸດສຸມ, ຄື: ຍູ້ແຮງວຽກງານສຶກສາອົບຮົມຊາວໜຸ່ມກ່ຽວກັບນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ, ສາຍພົວພັນຮ່ວມມືແບບພິເສດຫວຽດນາມ-ລາວ.

leftcenterrightdel
ບັນຍາກາດທີ່ການໂອ້ລົມສົນທະນາ. ພາບ: tienphong.vn.

ໃນນັ້ນເອົາໃຈໃສ່ເຖິງການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານ ໂຮ່ຈີມິນ ແລະປະທານ ໄກສອນ ພົມວິຫານ ກ່ຽວກັບຈິດໃຈສາມັກຄີສາກົນ; ສ້າງສາຍພົວພັນສະໜິດຕິດພັນລະຫວ່າງສອງປະເທດຫວຽດນາມ-ລາວ ເພື່ອໄວໜຸ່ມສອງປະເທດຈະກາຍເປັນກໍາລັງສືບທອດ ແລະພັດທະນານໍ້າໃຈມິດຕະພາບແບບພິເສດຫວຽດນາມ-ລາວ.

leftcenterrightdel
ຜູ້ແທນຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ. ພາບ: tienphong.vn.
leftcenterrightdel
ຜູ້ແທນສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ. ພາບ: tienphong.vn.

ບັນດາຜູ້ແທນກໍ່ປຶກສາຫາລືບັນດາມາດຕະການຍູ້ແຮງການພົບປະແລກປ່ຽນຊາວໜຸ່ມຢູ່ເຂດຊາຍແດນ, ປະກອບສ່ວນຮ່ວມແຮງຮ່ວມໃຈສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ. ພ້ອມກັນນັ້ນ, ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ, ທາບທາມຄໍາເຫັນ ແລະໜູນຊ່ວຍກັນໃນບັນດາກິດຈະກໍາຫຼາຍຝ່າຍ, ພິເສດແມ່ນການຮ່ວມມືພົບປະແລກປ່ຽນຊາວໜຸ່ມໃນຂອບເຂດຂອງອາຊຽນ ແລະ ອາຊຽນ+1, ອາຊຽນ+3.

ໂດຍ: ກວຽດເຕິມ