ຈັດຫຼາຍກິດຈະກຳເບິ່ງແຍງດູແລບຸນເຕັດໃຫ້ແກ່ຄົນທຸກຍາກ

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເມຍ 2026 ວຽນມາ, ເມື່ອສາຍລົມລະດູບານໃໝ່ໄດ້ພັດຜ່ານເຂດຊາຍແດນແຂວງໄຕນິງນັ້ນ, ບໍລິເວນເຂດນີ້ມີຄວາມຄຶກຄື້ນມ່ວນຊື່ນ, ດ້ວຍການເຄື່ອນໄຫວຮັບປະກັນຊີວິດສັງຄົມຫຼາຍຢ່າງ, ເບິ່ງແຍງດູແລບຸນເຕັດໃຫ້ປະຊາຊົນໂດຍກໍາລັງທະຫານຊາຍແດນສົມທົບກັບກົມກອງຈັດຕັ້ງຂຶ້ນ. ຢູ່ຕາແສງເຟືອກຈີ, ແຂວງໄຕນິງ, ແຕ່ຕອນເຊົ້າໆ, ປະຊາຊົນໄດ້ມາເຕົ້າໂຮມກັນຢູ່ຫໍວັດທະນະທຳໃຈກາງຂອງຕາແສງ, ເຊິ່ງເປັນບ່ອນທີ່ດຳເນີນລາຍການ “ລະດູບານໃໝ່ຢູ່ເຂດຊາຍແດນ - ອົບອຸ່ນໃຈຊາວບ້ານ”. ໂດຍແຕກຕ່າງກັບວັນບຸນເຕັດຂອງປີກາຍ, ລາຍການປີນີ້ໄດ້ຈັດຂຶ້ນໃນຂະໜາດທີ່ໃຫຍ່ກວ່າ, ຖືວ່າແມ່ນລາຍການໂດດເດັ່ນຂອງທະຫານຊາຍແດນແຂວງໄຕນິງ, ໄດ້ຮັບການຖ່າຍທອດສົດຈາກສະຖານີໂທລະພາບທ້ອງຖິ່ນ. ລາຍການໄດ້ຈັດກິດຈະກຳ ເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ, ຄື: ຖະຫວາຍທູບທຽນອາໄລຫານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ; ມອບຂອງຂວັນໃຫ້ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ; ກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າ; ຕະຫຼາດນັດ 0 ດົ່ງ; ຕັດຜົມໂດຍບໍ່ເສຍຄ່າ, ການລະຫຼີ້ນພື້ນເມືອງ; ການໂຄສະນາກົດໝາຍ... ນອກຈາກນັ້ນ, ລາຍການຍັງມີຫຼາຍກິດຈະກຳເຄື່ອນໄຫວເພື່ອເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນໃນໄລຍະຍາວຜ່ານການເຄື່ອນໄຫວໜູນຊ່ວຍການຫາເງິນລ້ຽງຊີບ, ມອບທຶນການສຶກສາໃນຮູບແບບ “ຊ່ວຍນ້ອງໄປໂຮງຮຽນ”, “ລູກລ້ຽງຄ້າຍທະຫານຊາຍແດນ”.

leftcenterrightdel
ກອງບັນຊາການທະຫານແຂວງໄຕນິງ ມອບຂອງຂວັນໃຫ້ຄອບຄົວປະສົບຄວາມຫຍຸ້ງຍາກ ຢູ່ຕາແສງເຟື໊ອກຈີ໋, ແຂວງໄຕນິງ. ພາບ: qdnd.vn

ທ່ານພັນເອກພິເສດ ເຢືອງວັນເຢືອກ, ຮອງຫົວໜ້າການເມືອງກອງບັນຊາການທະຫານແຂວງໄຕນິງ ທັງເປັນຫົວໜ້າການເມືອງກອງບັນຊາການທະຫານແຂວງໄຕນິງ ແບ່ງປັນວ່າ: ການເຄື່ອນໄຫວເຫຼົ່ານີ້ແມ່ນມຸ່ງໄປຫາປະຊາຊົນດ້ວຍເນື້ອໃນຈິດໃຈ “ຄ້າຍແມ່ນເຮືອນ, ຊາຍແດນແມ່ນບ້ານເກີດເມືອງນອນ, ປະຊາຊົນບັນດາເຜົ່າແມ່ນອ້າຍເອື້ອຍນ້ອງພໍ່ແມ່ດຽວກັນ” ດ້ວຍຄວາມປາດຖະໜາຢາກນຳເອົາບຸນເຕັດທີ່ຄົບຖ້ວນ, ອົບອຸ່ນມາໃຫ້ພໍ່ແມ່ປະຊາຊົນ. ທ່ານ ຫງວຽນວັນບີ໊ກ, ອາຍຸ 62 ປີ, ຢູ່ຕາແສງເຟືອກຈີ໋, ມີຄວາມປິຕິຍິນດີ, ສະແດງອອກວ່າ: ເມື່ອບຸນເຕັດວຽນມາໃນແຕ່ລະປີ, ທະຫານຊາຍແດນ ບໍ່ພຽງແຕ່ມອບຂອງຂວັນໃຫ້ເທົ່ານັ້ນແຕ່ໄດ້ຍັງເອົາໃຈໃສ່ເຖິງການຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈປະຊາຊົນອີກດ້ວຍ. ນີ້ແມ່ນແຮງຂັບເຄື່ອນເພື່ອໃຫ້ພໍ່ແມ່ປະຊາຊົນມີຄວາມເບີກບານມ່ວນຊື່ນໃນລະດູບານໃໝ່, ຕ້ອນຮັບບຸນເຕັດຢ່າງອົບອຸ່ນ, ສາມັກຄີພ້ອມກັບທະຫານປົກປັກຮັກສາອະທິປະໄຕຢ່າງໝັ້ນຄົງ, ຮັກສາຄວາມສະຫງົບຊາຍແດນ.

ເຂົ້າຮ່ວມລາຍການ, ທ່ານ ເລວັນຮັນ ປະທານຄະນະກຳມະການປະຊາຊົນແຂວງໄຕນິງ ຢືນຢັນວ່າ: “ລະດູບານໃໝ່ຢູ່ເຂດຊາຍແດນ - ອົບອຸ່ນໃຈຊາວບ້ານ” ສະແດງໃຫ້ເຫັນບົດບາດ, ຄວາມຮັບຜິດຊອບ ແລະນໍ້າໃຈຄວາມຮັກແພງຂອງພະນັກງານ, ນັກຮົບທະຫານຊາຍແດນແຂວງໄຕນິງ ທີ່ມີຕໍ່ປະຊາຊົນຊາຍແດນ. ລາຍການດັ່ງກ່າວໄດ້ປະກອບສ່ວນເຂົ້າໃນການປັບປຸງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສ້າງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ການນຳພາຂອງຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະພັດທະນາ.

ເພື່ອໃຫ້ຊາຍແດນເປັນພື້ນທີ່ຂອງຄວາມເຊື່ອໝັ້ນ, ຄວາມເປັນມິດ

ເມື່ອມາບໍລິເວນເຂດຊາຍແດນແຂວງໄຕນິງ ໃນຊຸມມື້ນີ້, ພວກຂ້າພະເຈົ້າຮູ້ສຶກໄດ້ເຖິງພະລັງຊີວິດ ແລະປະສິດທິຜົນຂອງຫຼາຍຮູບແບບການເບິ່ງແຍງດູແລຊີວິດ, ສ້າງການຫາເງິນລ້ຽງຊີບໃຫ້ພໍ່ແມ່ປະຊາຊົນຢູ່ເຂດຊາຍແດນ. ຢູ່ຕາແສງໝີ໋ກຸ໊ຍ, ແຂວງໄຕນິງ, ຮູບແບບ “ຮັບໜູນຊ່ວຍ, ເບິ່ງແຍງດູແລຜູ້ເຖົ້າ” ຄ້າຍທະຫານຊາຍແດນ ດ່ານຊາຍແດນ ໝີ໋ກຸ໊ຍໄຕ ໄດ້ເສີມຂະຫຍາຍຢ່າງມີປະສິດທິຜົນ, ຈະແຈ້ງ. ກົມກອງໄດ້ລົງສຳຫຼວດ ແລະຄັດເລືອກເອົາຜູ້ເຖົ້າແກ່ 3 ຄົນທີ່ມີສຸຂະພາບອ່ອນເພຍ, ບໍ່ມີບ່ອນເພິ່ງພາອາໄສ, ປະສົບກັບຄວາມຫຍຸ້ງຍາກຫຼາຍໃນການດຳລົງຊີວິດ. ປ້າ ຮິ່ງທິນອນ (ເກີດປີ 1950, ຢູ່ບ້ານເຊີເຣີ, ຕາແສງໝີ໋ກຸ໊ຍ, ເວົ້າວ່າ: “ການມີທະຫານມາຢາມຂ້ອຍເປັນປະຈໍາ, ກວດພະຍາດໂດຍບໍ່ເສຍຄ່າ, ພ້ອມທັງຊ່ວຍເຫຼືອເຂົ້າສານ, ເຄື່ອງໃຊ້ທີ່ຈຳເປັນ ແລະເງິນອຸດໜູນໃນແຕ່ລະເດືອນ 500.000 ດົ່ງ, ຂ້າພະເຈົ້າ ອົບອຸ່ນໃຈຫຼາຍຄືວ່າມີຍາດຕິພີ່ນ້ອງມາຢູ່ຄຽງຂ້າງ”.

leftcenterrightdel
ປະຊາຊົນຕາແສງເຟື໊ອກຈີ໋, ແຂວງໄຕນິງ ເຂົ້າຮ່ວມການເຄື່ອນໄຫວເບິ່ງແຍງດູແລບຸນເຕັດໂດຍທະຫານຊາຍແດນແຂວງໄຕນິງ ຈັດຕັ້ງ. ພາບ: qdnd.vn

ທ່ານພັນເອກ ຟ້າມແທັ່ງຈູງ, ຫົວໜ້າຄ້າຍທະຫານຊາຍແດນດ່ານຊາຍແດນ ໝີ໋ກຸ໊ຍໄຕ ແບ່ງປັນປະສົບການໃນການຊ່ວຍເຫຼືອຄ້າຍຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳປະເພດຕ່າງໆຢ່າງມີປະສິດທິຜົນ, ຮັກສາຄວາມສະຫງົບສຸກໃຫ້ປະຊາຊົນ, ຮັກສາຄວາມສະຫງົບຊາຍແດນແມ່ນຍ້ອນມີການເສີມຂະຫຍາຍການສະໜັບສະໜູນ, ພ້ອມຈິດພ້ອມໃຈກັນຂອງປະຊາຊົນຢູ່ຊາຍແດນ. ຄ້າຍຍາມໃດກໍ່ກໍານົດອີງໃສ່ປະຊາຊົນ, ສະນັ້ນຈຶ່ງໄດ້ຜັນຂະຫຍາຍຫຼາຍລາຍການ, ຫຼາຍຮູບແບບໃນການຊ່ວຍເຫຼືອປະຊາຊົນ, ຄື: “ພະນັກງານ, ສະມາຊິກພັກ ຮັບຜິດຊອບຄອບຄົວ”, “ແຕ່ລະອາທິດທີ່ຢູ່ດຽວ”, “ລູກລ້ຽງຄ້າຍທະຫານຊາຍແດນ”, “ໄຫເຂົ້າແຫ່ງຄວາມຮັກແພງ”, “ນໍ້າໃຈມິດຕະພາບຊາຍແດນ”... ຜ່ານນັ້ນ, ປະຊາຊົນໄດ້ສົມທົບກັນຢ່າງຕັ້ງໜ້າໃນການຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ກ່າວໂທດອາດຊະຍາກຳ, ຍາມໃດກໍ່ສະໜິດຕິດພັນກັບທະຫານຊາຍແດນໃນທຸກການເຄື່ອນໄຫວ.

ໃນຊຸມປີຜ່ານມາ, ທະຫານຊາຍແດນແຂວງໄຕນິງ ຍາມໃດກໍ່ເປັນເຈົ້າການສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນເພື່ອສຳຫຼວດ, ກໍາແໜ້ນສະພາບການ, ສ້າງລາຍການ, ແຜນການຊ່ວຍເຫຼືອປະຊາຊົນຢ່າງລະອຽດ, ເອົາໃຈໃສ່ເປັນພິເສດເຖິງການວຽກງານຂົນຂວາຍມະຫາຊົນດ້ວຍການເຄື່ອນໄຫວຮັບປະກັນຊີວິດສັງຄົມ. ສະເພາະປີ 2025, ກອງບັນຊາການທະຫານຊາຍແດນແຂວງໄຕນິງ ໄດ້ຈັດຕັ້ງການໂຄສະນາກົດໝາຍໃຫ້ປະຊາຊົນເກືອບ 50.000 ຄົນ; ມອບຂອງຂວັນ 5.000 ກວ່າອັນ, ກວດພະຍາດ ແລະແຈກຢາປິ່ນປົວພະຍາດໂດຍບໍ່ເສຍຄ່າໃຫ້ປະຊາຊົນ 2.000 ກວ່າຄົນ; ສົມທົບກັນກໍ່ສ້າງ ແລະສ້ອມແປງເຮືອນຢູ່ໃຫ້ປະຊາຊົນທີ່ປະສົບຄວາມຫຍຸ້ງຍາກ, ເປົ້າໝາຍນະໂຍບາຍ 372 ຫຼັງ ແລະຮັບລ້ຽງດູນັກຮຽນທີ່ປະສົບຄວາມຫຍຸ້ງຍາກ 11 ຄົນ; ບຸກເບີກ ແລະສ້ອມແປງເສັ້ນທາງຊົນນະບົດໄດ້ 57 ກິໂລແມັດ... ດ້ວຍຮູບແບບ, ວຽກເຮັດງານທຳຢ່າງລະອຽດ, ທະຫານຊາຍແດນແຂວງໄຕນິງ ໄດ້ສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ໝັ້ນຄົງເຂັ້ມແຂງ, ປະກອບສ່ວນຮັກສາຄວາມສະຫງົບສຸກຂອງປະເທດຊາດ, ເພື່ອໃຫ້ຊາຍແດນບໍ່ພຽງແຕ່ແມ່ນແນວໜ້າທີ່ມີຄວາມສະຫງົບເທົ່ານັ້ນ, ຫາກຍັງແມ່ນພື້ນທີ່ຂອງຄວາມເຊື່ອໝັ້ນ, ຄວາມເປັນມິດ, ສັນຕິພາບ, ສະຖຽນລະພາບ ແລະການພັດທະນາແບບຍືນຍົງໃນໄລຍະປະຕິວັດໃໝ່.

ໂດຍ: ເຈິ່ນຮວ່ຽນ