ທີ່ການຢ້ຽມຢາມ, ອວຍພອນບຸນປີໃໝ່ຄະນະປະຕິບັດງານຕຳຫຼວດແຂວງສາລະວັນ, ຄຳມ່ວນ, ສະຫວັນນະເຂດ ຂອງປະເທດລາວ ແລະທະຫານຊາຍແດນແຂວງກວາງຈິ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການເສດຖະກິດ-ສັງຄົມ, ໝາກຜົນທີ່ບັນລຸໃນປີ 2025 ຂອງອໍານາດການປົກຄອງ, ກໍາລັງປະກອບອາວຸດ ແລະປະຊາຊົນບັນດາແຂວງ ກວາງຈິ, ສາລະວັນ, ຄຳມ່ວນ ແລະສະຫວັນນະເຂດ.

ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ 2026 ແລະຕ້ອນຮັບບຸນປີໃໝ່ປະຈໍາຊາດຂອງຫວຽດນາມ, ຄະນະປະຕິບັດງານກອງບັນຊາການປ້ອງກັນຄວາມສະຫງົບແຂວງ ສາລະວັນ, ຄຳມ່ວນ ແລະສະຫວັນນະເຂດ ສະແດງຄວາມປິຕິຊົມຊື່ນ, ສົ່ງຄຳອວຍພອນມາຍັງພະນັກງານ, ນັກຮົບທະຫານຊາຍແດນແຂວງ ກວາງຈິ, ຈົ່ງມີຄວາມຜາສຸກ ແລະປະຕິບັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ.

leftcenterrightdel
ຄະນະປະຕິບັດງານກອງບັນຊາການປ້ອງກັນຄວາມສະຫງົບແຂວງ ສາລະວັນ, ຄຳມ່ວນ ແລະສະຫວັນນະເຂດ ຢ້ຽມຢາມ, ອວຍພອນບຸນເຕັດພະນັກງານ, ນັກຮົບທະຫານຊາຍແດນແຂວງກວາງຈິ. ພາບ: ສໍານັກຂ່າວສານຫວຽດນາມ.

ຄະນະປະຕິບັດງານ ກໍ່ສະແດງຄວາມຂອບໃຈຕໍ່ກັບຄວາມຮັກແພງ, ຄວາມເອົາໃຈໃສ່, ການຊ່ວຍເຫຼືອຂອງທະຫານຊາຍແດນແຂວງກວາງຈິ ໃນໄລຍະຜ່ານມາ, ພ້ອມທັງຫວັງວ່າ ໃນໄລຍະຈະມາເຖິງ, ບັນດາກົມກອງຈະສືບຕໍ່ຍົກສູງຄຸນນະພາບການເຄື່ອນໄຫວປະຕິບັດງານ ແລະສົມທົບກັນຢ່າງແໜ້ນແຟ້ນກວ່າເກົ່າ, ເສີມຂະຫຍາຍມູນເຊື້ອ, ສາຍພົວພັນມິດຕະພາບ ແລະຄວາມສາມັກຄີແບບພິເສດລະຫວ່າງສອງຝ່າຍ.

ຕາງໜ້າພະນັກງານ, ນັກຮົບກົມກອງ, ທ່ານພັນເອກພິເສດ ຈິ້ງແທັງບິ່ງ, ຜູ້ບັນຊາການກອງບັນຊາການທະຫານຊາຍແດນແຂວງກວາງຈິ ໄດ້ສະແດງຄວາມຂອບໃຈຕໍ່ນໍ້າໃຈອັນດີງາມຂອງຄະນະປະຕິບັດງານກອງບັນຊາການປ້ອງກັນຄວາມສະຫງົບບັນດາແຂວງຂອງປະເທດເພື່ອນລາວ.

ການນຳຂອງທະຫານຊາຍແດນແຂວງກວາງຈິ ປາດຖະໜາຢາກ ແລະອວຍພອນໃຫ້ສາຍພົວພັນສົມທົບກັນຂອງບັນດາກົມກອງນັບມື້ນັບສະໜິດຕິດພັນ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນສັນຕິພາບ, ສະຖຽນລະພາບ ແລະພັດທະນາ ໃນໄລຍະຈະມາເຖິງ.

ໂດຍ: ຈາງຫງວຽນ