ສັດຕູຮ້າຍກາດຂອງອາດຊະຍາກໍາ
ເສັ້ນຊາຍແດນທາງບົກທີ່ຕິດຈອດກັບແຂວງຫົວພັນ, ປະເທດລາວ ຍາວກວ່າ 213 ກວ່າກິໂລແມັດ, ພູມສັນຖານຂອງແຂວງແທງຮວ໊າ ແມ່ນທຸລະກັນດານ, ເສັ້ນທາງນ້ອຍ, ທາງຮ່ອມຍ່າງຜ່ານປ່າທີ່ຕຶບໜາ. ນີ້ແມ່ນ “ເສັ້ນທາງເຄັ່ງຮ້ອນ” ທີ່ອາດຊະຍາກໍາຢາເສບຕິດຊອກຫາທຸກວິທີທາງເພື່ອສວຍໃຊ້ໃຫ້ໄດ້ຢ່າງສຸດຂີດ.
ພັນໂທ ວີມິງບິ່ງ, ຫົວໜ້າໜ່ວຍເສນາທິການ-ບໍລິຫານ ທັງຮັບຜິດຊອບແຜນການສັງລວມ, ຄ້າຍທະຫານຊາຍແດນຕາມຈຸງ ໃຫ້ຮູ້ວ່າ: ບ້ານອ໋ອນ, ຕາແສງຕາມຈຸງ ເຄີຍເປັນ “ບ່ອນມົ້ວສຸມ” ດ້ວຍອັດຕາຜູ້ຕິດຢາເສບຕິດສູງ ແລະສະພາບຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍມີຄວາມສັບສົນທີ່ສຸດ... ບ້ານມີປະຊາກອນເກືອບ 700 ຄົນ ແຕ່ມີບາງຈຸດເວລາມີຜູ້ຕິດຢາເສບຕິດ ເກືອບຮອດ 100 ຄົນ”.
ແຕ່ມາບັດນີ້, ບັນຍາກາດທີ່ມືດມົວນັ້ນໄດ້ຄ່ອຍໆຈາງຫາຍໄປ. ສະຫາຍ ຢາງອາຈົ໊ງ, ເລຂາໜ່ວຍພັກ ທັງເປັນນາຍບ້ານໆ ອ໋ອນ ໄດ້ແບ່ງປັນວ່າ: “ດຽວນີ້ສະພາບການໃນບ້ານມີຄວາມແຕກຕ່າງຫຼາຍແລ້ວ. ຈຳນວນຜູ້ຕິດຢາເສບຕິດໄດ້ຫຼຸດລົງຫຼາຍ, ເດັກນ້ອຍໄດ້ໄປໂຮງຮຽນ ແລະເຮືອນຊານກວ້າງຂວາງ ແລະງາມຕາກວ່າ. ປະຊາຊົນໃນບ້ານເຂົ້າໃຈວ່າມີແຕ່ທໍາມາຫາກິນທີ່ແທ້ຈິງ ແລະປະຕິບັດຕາມກົດໝາຍຢ່າງເຂັ້ມງວດເທົ່ານັ້ນ ຈຶ່ງຈະມີລະດູບານໃໝ່ທີ່ຍາວນານໄດ້”.
    |
 |
|
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານສາກົນນາແມວ, ກອງບັນຊາການທະຫານຊາຍແດນແຂວງແທງຮວ໊າ ລາດຕະເວນຊາຍແດນ. ພາບ: qdnd.vn |
ເມື່ອຫວນຄືນປີ 2025, ຜົນການຕໍ່ສູ້ຂອງທະຫານຊາຍແດນແຂວງແທງຮວ໊າ ເປັນພະຍານຫຼັກຖານໃຫ້ແກ່ຈິດໃຈປາບປາມອາດຊະຍາກໍາຈົນເຖິງທີ່ສຸດ. ທາງກົມກອງ ໄດ້ສ້າງ ແລະດໍາເນີນຕໍ່ສູ້ສໍາເລັດ 4 ຄະດີ, 13 ແຜນການວິຊາສະເພາະ; ເປັນເຈົ້າພາບຈັບຕົວ, ດໍາເນີນຄະດີ 231 ຄະດີ ດ້ວຍ 272 ເປົ້າໝາຍ. ຂອງກາງທີ່ຍຶດໄດ້ ລວມມີ ເຮໂຣອິນ 11,5 ກິໂລກຣາມ, ຢາບ້າ 15.700 ເມັດ ພ້ອມດ້ວຍອາວຸດທະຫານຈໍານວນໜຶ່ງ...
ຕາມພັນເອກພິເສດ ໂຮ່ຫວຽດເຮິນ ຫົວໜ້າຫ້ອງວິຊາສະເພາະ ກອງບັນຊາການທະຫານຊາຍແດນແຂວງແທງຮວ໊າແລ້ວ, ຈຸດພິເສດສະເພາະຂອງອາດຊະຍາກໍາຢາເສບຕິດທີ່ເຄື່ອນໄຫວຢູ່ເສັ້ນທາງສາຍນີ້ ແມ່ນການສວຍໃຊ້ການພົວພັນພີ່ນ້ອງໃນວົງຕະກຸນທີ່ຢູ່ສອງຟາກຊາຍແດນ ເພື່ອສ້າງເຄືອຂ່າຍເຄື່ອນໄຫວໄປມາແບບປິດລັບ, ເຮັດໃຫ້ວຽກງານສືບສວນປະສົບຄວາມຫຍຸ້ງຍາກຫຼາຍ.
ບໍ່ພຽງແຕ່ຢູ່ເມືອງລາດ, ຢູ່ຕາມບໍລິເວນຈຸດສຸມ ຄື: ກວານເຊີນ, ເທືອງຊວນ, ອຽນເຄືອງ, ນັກຮົບທະຫານຊາຍແດນ ຍາມໃດກໍຢູ່ໃນທ່າ “ກຽມພ້ອມສູ້ຮົບ”. ການກະທໍາທີ່ເດັດດ່ຽວຂອງທະຫານຊາຍແດນແຂວງແທງຮວ໊າ ໃນໄລຍະຜ່ານມາ ໄດ້ກາຍເປັນຄວາມຢ້ານກົວທີ່ແທ້ຈິງຂອງອາດຊະຍາກໍາຢາເສບຕິດ, ປະກອບສ່ວນສໍາຄັນເຂົ້າໃນການສ້າງເຂດ “ປາສະຈາກຢາເສບຕິດ” ຢູ່ຕາມບ້ານຕ່າງໆໃນເຂດຊາຍແດນ.
ຕັດສິນໃຈ “ປິດ” ທາງນ້ອຍ, ທາງລັດ
ຍິ່ງໃກ້ຈະຮອດບຸນປີໃໝ່ປະຈໍາຊາດ ປີມະເມຍ 2026, ຄວາມກົດດັນຂອງທະຫານຊາຍແດນຍິ່ງໜັກໜ່ວງທົບສອງເທົ່າ. ຄາດຄະເນວ່າສະພາບອາດຊະຍາກໍາຢາເສບຕິດ ຈະມີການຜັນແປທີ່ຄາດເດົາໄດ້ຍາກ ເມື່ອ ພວກມັນ ສວຍໃຊ້ຄວາມຕ້ອງການພົວພັນການຄ້າ, ຄວາມຄັບຄາໜາແໜ້ນຢູ່ດ່ານຊາຍແດນ ແລະນັບທັງຊ່ອງຫວ່າງໃນການຄຸ້ມຄອງຊາຍແດນຢ່າງເຖິງຖອງ ເພື່ອເພີ່ມການເຄື່ອນໄຫວ. ເລ່ລ່ຽມຂອງພວກມັນ ຍິ່ງນັບມື້ແນບນຽນກວ່າ: ນໍາໃຊ້ເຕັກໂນໂລຊີສູງເພື່ອບໍລິຫານແຕ່ໄກ, ຊຸກເຊື່ອງຢາເສບຕິດໃນສິນຄ້າສົ່ງອອກ-ນໍາເຂົ້າ ແລະກຽມພ້ອມຕ້ານຄືນເຈົ້າໜ້າທີ່.
ແລກປ່ຽນກ່ຽວກັບແຜນການຕໍ່ສູ້ໃນໂອກາດບຸນປີໃໝ່ປະຈໍາຊາດ, ພັນເອກ ຮວ່າງຫງອັກບິ່ງ ຫົວໜ້າຄ້າຍທະຫານ ດ່ານຊາຍແດນສາກົນ ນາແມວ ຢັ້ງຢືນວ່າ: “ພວກຂ້າພະເຈົ້າ ໄດ້ຜັນຂະຫຍາຍຈໍານວນພົນ100%ໄປເວນຍາມຢູ່ຕາມປ້ອມຕ່າງໆ ເພື່ອ “ປິດ” ບັນດາທາງນ້ອຍ, ທາງຊອຍ, ຄວບຄຸມດ່ານຊາຍແດນຢ່າງເຂັ້ມງວດ. ໄປຄຽງຄູ່ກັບມາດຕະການດ້ານວິຊາສະເພາະ, ພວກຂ້າພະເຈົ້າ ຍັງໄດ້ເອົາໃຈໃສ່ເຖິງວຽກງານຂົນຂວາຍປະຊາຊົນ. ເມື່ອປະຊາຊົນແຕ່ລະຄົນ “ເປັນຫູເປັນຕາ”, ເປັນ “ຫຼັກໝາຍຊາຍແດນ” ນັ້ນ ອາດຊະຍາກໍາ ຈະບໍ່ມີບ່ອນມົ້ວສຸມ”.
ພັນເອກພິເສດ ໂດ໋ຫງອັກວິ້ງ ຫົວໜ້າການທະຫານ ກອງບັນຊາການທະຫານຊາຍແດນແຂວງແທງຮວ໊າ ເນັ້ນໜັກວ່າ: “ເພື່ອກະກຽມໃຫ້ແກ່ບຸນປີໃໝ່ປະຈໍາຊາດ ປີມະເມຍ 2026, ພວກຂ້າພະເຈົ້າ ໄດ້ຊີ້ນໍາບັນດາກົມກອງ ຜັນຂະຫຍາຍມາດຕະການຄຸ້ມຄອງຊາຍແດນຢ່າງຮອບດ້ານ, ຄົບຊຸດ, ຈຸດສຸມແມ່ນປະຕິບັດວຽກງານວິຊາສະເພາະໃຫ້ດີໂດຍພື້ນຖານ, ກໍາແໜ້ນ, ຄາດ ຄະເນຢ່າງທັນການ, ໃກ້ຊິດຕິດແທດ, ຖືກກັບສະພາບການ ເພື່ອບໍ່ໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ”. ເພື່ອຮັບມືກັບບັນດາເລ່ລ່ຽມທີ່ນັບມື້ນັບແນບນຽນ, ກອງບັນຊາການທະຫານຊາຍແດນແຂວງແທງຮວ໊າ ໄດ້ຜັນຂະຫຍາຍມາດຕະການຕ່າງໆຢ່າງຄົບຊຸດ ດ້ວຍທິດນໍາທີ່ວ່າ “ສະກັດກັ້ນແຕ່ຫົວທີ, ແຕ່ໄກ, ຈາກນອກຊາຍແດນ”.
ເລື່ອງອີງໃສ່ປະຊາຊົນ, ຮັບຟັງປະຊາຊົນສະໜອງຂໍ້ມູນ ໄດ້ຊ່ວຍໃຫ້ກຳລັງເຈົ້າໜ້າທີ່ກ່ຽວຂ້ອງ ມ້າງທໍາລາຍເຄືອຂ່າຍອາດຊະຍາກໍາ ຕັ້ງແຕ່ຕອນເລີ່ມເປັນໜໍ່ແໜງ. ພ້ອມກັນນັ້ນ, ວຽກງານປະສານສົມທົບກັບກໍາລັງຕໍາຫຼວດ, ພາສີ, ຕໍາຫຼວດທະເລ ແລະພິເສດແມ່ນການຮ່ວມມືຢ່າງແໜ້ນແຟ້ນກັບກອງບັນຊາການປ້ອງກັນຄວາມສະຫງົບແຂວງຫົວພັນ ໄດ້ຮັບການຍູ້ແຮງ ເພື່ອແລກປ່ຽນຂໍ້ມູນຂ່າວສານ, ຄວບຄຸມດ່ານຊາຍແດນ ແລະທາງນ້ອຍ, ທາງຊອຍທີ່ຢູ່ສອງຟາກຊາຍແດນ ຢ່າງແໜ້ນແຟ້ນ.
ການຕໍ່ສູ້ກັບ “ອາດຊະຍາກໍາຢາເສບຕິດ” ຢູ່ເຂດຊາຍແດນຍັງຄັບຂັນ, ອັນຕະລາຍຫຼາຍຢ່າງ ແຕ່ດ້ວຍການຊີ້ນໍາຢ່າງຂ້ຽວຂາດຂອງກອງບັນຊາການທະຫານຊາຍແດນແຂວງ, ຄວາມສະຫຼາດຫຼັກແຫຼມໃນການປະຕິບັດໜ້າທີ່ ແລະການຕັດສິນໃຈຂອງພະນັກງານ, ນັກຮົບຢູ່ຄ້າຍ, ປ້ອມ, “ໂລ້ກໍາບັງທີ່ແຂງແກ່ນ” ຂອງກໍາລັງທະຫານຊາຍແດນແຂວງແທງຮວ໊າ ແນ່ໃຈວ່າ ຈະໄດ້ຮັບການຮັກສາໄວ້ຢ່າງໜັກແໜ້ນ. ແຕ່ລະຄະດີທີ່ປະສົບຜົນສໍາເລັດນັ້ນແມ່ນອາດຊະຍາກໍາຢາເສບຕິດຖືກຍູ້ຖອຍ, ເພື່ອນຳເອົາຄວາມສະຫງົບສຸກທີ່ແທ້ຈິງມາໃຫ້ເຮືອນແຕ່ລະຫຼັງທີ່ຢູ່ບ້ານເຂດຊາຍແດນ ແຂວງແທງຮວ໊າ.
ໂດຍ: ໄຊຊະນະ