ປີນີ້ເປັນປີທີ 9 ແລ້ວທີ່ລາຍການ “ລະດູບານໃໝ່ຢູ່ເຂດຊາຍແດນ - ອົບອຸ່ນໃຈຊາວບ້ານ”, ໄດ້ຮັບການຜັນຂະຫຍາຍໂດຍກອງບັນຊາການທະຫານຊາຍແດນ. ນັບແຕ່ຄັ້ງທຳອິດທີ່ຈັດຂຶ້ນໃນປີ 2016 ມາຮອດປະຈຸບັນ, ລາຍການດັ່ງກ່າວໄດ້ກາຍເປັນໜຶ່ງໃນບັນດາການເຄື່ອນໄຫວຮັບປະກັນຊີວິດສັງຄົມທີ່ແທດຈິງ ແລະມີປະສິດທິຜົນທີ່ສຸດຂອງທະຫານຊາຍແດນແນໃສ່ເບິ່ງແຍງດູແລໃຫ້ປະຊາຊົນຢູ່ເຂດຫ່າງໄກສອກຫຼີກໄດ້ຫຼີ້ນບຸນເຕັດ, ນຳເອົາຄວາມເບີກບານມ່ວນຊື່ນ ແລະບັນຍາກາດທີ່ຟົດຟື້ນມາໃຫ້ປະຊາຊົນບັນດາເຜົ່າຢູ່ເຂດຊາຍແດນ, ທະເລ, ໝູ່ເກາະ.
    |
 |
|
ຄໍ່າຄືນ Gala ລະດູບານໃໝ່ຢູ່ເຂດຊາຍແດນ - ອົບອຸ່ນໃຈທະຫານ ແລະປະຊາຊົນ. ພາບ: qdnd.vn |
ກ່ອນທີ່ລາຍການ “ລະດູບານໃໝ່ຢູ່ເຂດຊາຍແດນ - ອົບອຸ່ນໃຈຊາວບ້ານ” ປີ 2026 ຈະເລີ່ມຂຶ້ນຢ່າງເປັນທາງການນັ້ນ, ພະນັກງານ, ນັກຮົບທະຫານຊາຍແດນ ນັບພັນຄົນໄດ້ແຂ່ງກັບເວລາເພື່ອປະຕິບັດໃຫ້ສໍາເລັດ “ບັ້ນເຄື່ອນໄຫວກວາງຈຸງ” ເພື່ອໃຫ້ປະຊາຊົນໄດ້ມີເຮືອນຢູ່ທີ່ປອດໄພກ່ອນບຸນປີໃໝ່ປະຈໍາຊາດປີມະເມຍ 2026. ເຂົ້າຮ່ວມບັ້ນເຄື່ອນໄຫວດ້ວຍຈິດໃຈ “ອົງອາດ, ຂ້ຽວຂາດ, ວ່ອງໄວ”, ພະນັກງານ, ນັກຮົບທະຫານຊາຍແດນ ໄດ້ສະແດງໃຫ້ເຫັນຄຸນທາດການເມືອງ, ທາດແທ້ມະນຸດສະທຳ ແລະສາຍພົວພັນເນື້ອເລືອດທີ່ສະໜິດແໜ້ນລະຫວ່າງປະຊາຊົນ ແລະທະຫານ. ທ່ານພົນຕີ ຫງວຽນແອັງຕວ໊ນ, ຫົວໜ້າການເມືອງທະຫານຊາຍແດນ ຢືນຢັນວ່າ: “ບໍ່ວ່າຈະຢູ່ໃນສະພາບການໃດກໍ່ຕາມ, ດ້ວຍນໍ້າໃຈຄວາມຮັກແພງ, ຄວາມຮັບຜິດຊອບ ແລະຄວາມຮູ້ບຸນຄຸນຕໍ່ປະຊາຊົນ, ເປັນຕົ້ນແມ່ນປະຊາຊົນບັນດາເຜົ່າທີ່ຢູ່ເຂດຊາຍແດນ, ທະເລ, ໝູ່ເກາະ…, ທະຫານລຸງໂຮ່ ຍາມໃດກໍ່ມີໜ້າຢູ່ຄຽງຂ້າງໜ້າສະເໝີ”.
ເພື່ອຈັດຕັ້ງລາຍການ “ລະດູບານໃໝ່ຢູ່ເຂດຊາຍແດນ - ອົບອຸ່ນໃຈຊາວບ້ານ” ປີ 2026 ຢູ່ 30 ແຂວງ, ນະຄອນຊາຍແດນ, ທະເລ, ໝູ່ເກາະ, ກອງບັນຊາການທະຫານຊາຍແດນ ໄດ້ຊີ້ນໍາບັນດາກົມກອງປະຕິບັດວຽກງານຫ້າງຫາກະກຽມໃຫ້ເປັນຢ່າງດີ, ສົ່ງໜ່ວຍປະຕິບັດງານນັບພັນໜ່ວຍ ໄປລົງບໍລິເວນ, ສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນເພື່ອຈັດຕັ້ງໃຫ້ປະຊາຊົນໄດ້ຕ້ອນຮັບບຸນເຕັດ, ສ້າງຄວາມເບີກບານມ່ວນຊື່ນໃນລະດູບານໃໝ່ ແລະຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ບັນດາໝູ່ບ້ານຊາຍແດນ, ໝູ່ເກາະທະເລ. ມາຮອດຈຸດເວລານີ້, ທົ່ວກຳລັງໄດ້ມອບຂອງຂວັນ “ລະດູບານໃໝ່ຊາຍແດນ” 10.000 ກວ່າພູດ, ທຶນການສຶກສາ “ຊ່ວຍນ້ອງໄປໂຮງຮຽນ” 3.000 ທຶນ, ງົວແມ່ພັນ 500 ໂຕ, ເຮືອນ “ຫຼັງຄາຊາຍແດນ” 200 ຫຼັງ, ພ້ອມທັງຈັດຕັ້ງການກວດ, ປິ່ນປົວພະຍາດໃຫ້ປະຊາຊົນໄດ້ 15.000 ເທື່ອຄົນ... ສະເພາະ, ລາຍການ “ລະດູບານໃໝ່ຢູ່ເຂດຊາຍແດນ - ອົບອຸ່ນໃຈຊາວບ້ານ” (ຂັ້ນກອງບັນຊາການທະຫານຊາຍແດນ) ຢູ່ຕາແສງເຮືອງຊວນ, ແຂວງຮ່າຕິ້ງ ໂດຍກອງບັນຊາການທະຫານຊາຍແດນ ສົມທົບກັບຄະນະພັກ, ຄະນະກໍາມະການປະຊາຊົນແຂວງຮ່າຕິ້ງ ພ້ອມດ້ວຍກົມກອງອຸປະຖໍາໄດ້ຈັດຕັ້ງຜັນຂະຫຍາຍຢ່າງແທດຈິງ, ມີຄວາມໝາຍດ້ວຍຍອດຈຳນວນເງິນນັບສິບຕື້ດົ່ງ. ທ່ານນາງ ຟານທິເຮືອງ, ປະຊາຊົນຢູ່ຕາແສງເຮືອງຊວນ ແບ່ງປັນວ່າ: “ປະຊາຊົນພວກຂ້າພະເຈົ້າ ຢູ່ທີ່ນີ້ກໍ່ຫຍຸ້ງຍາກລຳບາກຫຼາຍ ຄວນໄດ້ຮັບຄວາມເອົາໃຈໃສ່ຈາກການນຳທຸກຂັ້ນ, ພິເສດແມ່ນທະຫານຊາຍແດນ! ນີ້ແມ່ນແຮງຂັບເຄື່ອນຊ່ວຍພໍ່ແມ່ປະຊາຊົນພວກຂ້າພະເຈົ້າ ຜ່ານຜ່າຄວາມຫຍຸ້ງຍາກ, ພ້ອມກັບທະຫານຊາຍແດນປະຕິບັດສໍາເລັດໜ້າທີ່”.
ໃນຄໍ່າຄືນ Gala ລາຍການສະແດງສິລະປະການເມືອງພິເສດ “ລະດູບານໃໝ່ຢູ່ເຂດຊາຍແດນ - ອົບອຸ່ນໃຈຊາວບ້ານ” ປີ 2026, ບັນຍາກາດແຫ່ງຄວາມສາມັກຄີໄດ້ແຜ່ໄປທົ່ວເຂດຮ່ອມພູຊາຍແດນ. ດ້ວຍອາລົມຈິດຄວາມຮັກແພງ, ສະຫາຍ ເລມິງຮືງ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ຢືນຢັນວ່າ: “ລະດູບານໃໝ່ຢູ່ເຂດຊາຍແດນ - ອົບອຸ່ນໃຈຊາວບ້ານ” ບໍ່ພຽງແຕ່ແມ່ນຂອງຂວັນທີ່ມີຄວາມໝາຍເທົ່ານັ້ນ, ຫາກຍັງເປັນສັນຍາລັກທີ່ມີຊີວິດຊີວາຂອງຄວາມສາມັກຄີລະຫວ່າງທະຫານ ແລະປະຊາຊົນ, ຂອງຈັນຍາທຳ “ຮັກແພງມະນຸດ ຄືດັ່ງຮັກຕົນເອງ”, ຂອງຄຸນທາດອັນດີງາມທະຫານລຸງໂຮ່ໃນໄລຍະໃໝ່; ຜ່ານນັ້ນເສີມສ້າງຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ພັກ, ລັດ ແລະກຳລັງປະກອບອາວຸດ, ເຮັດໃຫ້ເຂດຊາຍແດນບໍ່ພຽງແຕ່ແມ່ນແນວໜ້າເພື່ອປົກປັກຮັກສາປະເທດຊາດເທົ່ານັ້ນ ຫາກຍັງແມ່ນບ່ອນແຜ່ຂະຫຍາຍນໍ້າໃຈຄວາມຮັກແພງ, ຄວາມເຊື່ອໝັ້ນ ແລະຄວາມຄາດຫວັງພັດທະນາ”.
ລະດູບານໃໝ່ຢູ່ເຂດຊາຍແດນ - ລະດູບານໃໝ່ຂອງທະຫານຊາຍແດນ ໄດ້ມາຮອດມາເຖິງປະຊາຊົນ, ນຳເອົາຂອງຂວັນທີ່ລຽບງ່າຍມາໃຫ້ ເຊິ່ງສະແດງໃຫ້ເຫັນຄວາມເອົາໃຈໃສ່, ອາລົມຈິດຄວາມຮັກແພງອັນເລິກເຊິ່ງຂອງພັກ, ລັດ, ກອງທັບ, ທຸກຂັ້ນ, ຂະແໜງການ ແລະຂອງທະຫານຊາຍແດນ ມາມອບໃຫ້ປະຊາຊົນທີ່ຢູ່ແຕ່ລະບ້ານ, ແຕ່ລະເຮືອນຢູ່ເຂດຊາຍແດນໝົດທຸກຄົນລ້ວນແຕ່ມີຄວາມອີ່ມໜຳສຳລານ, ເບີກບານມ່ວນຊື່ນ, ສະຫງົບສູກ.
ໂດຍ: ເຈິ່ນຮວ່ຽນ