ຫວຽດນາມ ແລະ ລາວ ຮັດແໜ້ນການຮ່ວມມືໃນການຄຸ້ມຄອງ ແລະພັດທະນາຊາຍແດນ
ກປ.ອອນໄລ - ແຕ່ວັນທີ 25-27 ທັນວາ, ກອງປະຊຸມປະຈຳປີ ຄັ້ງທີ 34 ລະຫວ່າງສອງຄະນະຜູ້ແທນຊາຍແດນຫວຽດນາມ ແລະ ລາວ ໄດ້ດຳເນີນຢູ່ນະຄອນຫຼວງວຽງຈັນ. ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະ ທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ນຳໜ້າຄະນະຜູ້ແທນສອງປະເທດເຂົ້າຮ່ວມກອງປະຊຸມ.
ສອງຝ່າຍໄດ້ແລກປ່ຽນ, ຕີລາຄາວຽກງານຄຸ້ມຄອງຊາຍແດນປີ 2025, ຍົກອອກມາດຕະການແກ້ໄຂທີ່ເໝາະສົມກັບສະພາບຕົວຈິງເພື່ອແນໃສ່ຊຸກຍູ້ ແລະຍົກສູງປະສິດທິຜົນວຽກງານຄຸ້ມຄອງຊາຍແດນໃນສະພາບການໃໝ່.
    |
 |
|
ບັນຍາກາດທີ່ກອງປະຊຸມປະຈຳປີ ຄັ້ງທີ 34 ລະຫວ່າງສອງຄະນະຜູ້ແທນຊາຍແດນຫວຽດນາມ ແລະ ລາວ. ພາບ: ສໍານັກຂ່າວສານຫວຽດນາມ |
ໃນປີ 2024 ແລະ 2025, ຄະນະຊ່ຽວຊານປະສົມຊາຍແດນ ຫວຽດນາມ - ລາວ ໄດ້ດຳເນີນການສຳຫຼວດໃນພູມີປະເທດຕົວຈິງ 10 ຄັ້ງ, ແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢູ່ເຂດຊາຍແດນຢ່າງທັນການ. ວຽກງານຄຸ້ມຄອງ ແລະຄວບຄຸມຜູ້ເຂົ້າອອກເມືອງຢູ່ດ່ານຊາຍແດນ ແລະດ່ານປະເພນີໄດ້ດຳເນີນຕາມສົນທິສັນຍາ ແລະຂໍ້ຕົກລົງສອງຝ່າຍທີ່ກ່ຽວຂ້ອງ, ປະກອບສ່ວນຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດດ່ານຊາຍແດນ. ສອງຝ່າຍສົມທົບກັນເພີ່ມທະວີມາດຕະການດ້ານວິຊາດານ, ພົບເຫັນ, ຕໍ່ສູ້, ສະກັດກັ້ນບັນດາອົງການ ແລະ ເຄືອຂ່າຍອາດຊະຍາກຳຂ້າມຊາຍແນດ, ຂ້າມຊາດໃຫ້ມີປະສິດທິຜົນຢ່າງທັນການ.
ສອງຝ່າຍເຫັນດີເປັນເອກະສັນຈະເລີ່ມດໍາເນີນວຽກງານກະກຽມເພື່ອແນໃສ່ຮັບປະກັນການກວດກາປະສົມເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນຢ່າງມີປະສິດທິຜົນຖືກຕາມການກຳນົດໃນອະນຸສັນຍາວ່າດ້ວຍເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນ (ລົງວັນທີ 16 ມີນາ 2016) ແລະ ສັນຍາປີ 2016. ສອງຝ່າຍຍັງເຫັນດີຈະຈັດຕັ້ງກອງປະຊຸມປະຈຳປີ ຄັ້ງທີ 35 ຢູ່ຫວຽດນາມ ໃນໄຕມາດທີ IV ປີ 2026.
ໂດຍ: ທູຈາງ