ຢູ່ທີ່ນັ້ນ, ພະນັກງານ, ນັກຮົບທະຫານຊາຍແດນ ແລະປະຊາຊົນບັນດາເຜົ່າຍັງມານະພະຍາຍາມ, ອົດທົນຢ່າງມິດງຽບ, ຮ່ວມແຮງຮ່ວມໃຈ ເພື່ອສ້າງທ່າຮົບອັນໜັກແໜ້ນໃນການປະຕິບັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຮັກສາຄວາມສະຫງົບຢູ່ເຂດຊາຍແດນຂອງຊາດ.
ໃກ້ຊິດຕິດແທດກັບປະຊາຊົນ, ຮັບໃຊ້ປະຊາຊົນ
ຈາກພຶດຕິກຳຕົວຈິງໃນການປະຕິບັດວຽກງານປ້ອງກັນຊາຍແດນ ໄດ້ຢັ້ງຢືນວ່າ: ການປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຮັກສາຄວາມສະຫງົບຢູ່ເຂດ ຊາຍແດນຂອງຊາດບໍ່ພຽງແຕ່ອີງໃສ່ກຳລັງຫຼັກແຫຼ່ງ, ກຳລັງສະເພາະກິດເທົ່ານັ້ນ, ແຕ່ກ່ອນອື່ນໝົດແມ່ນຕ້ອງຂຶ້ນກັບຄວາມເຫັນດີເຫັນພ້ອມ, ຄວາມໄວ້ເນື້ອເຊື່ອໃຈ, ການເຂົ້າຮ່ວມດ້ວຍຄວາມສະໝັກໃຈຂອງປະຊາຊົນ ຢູ່ເຂດດ່ານໜ້າຂອງປະເທດຊາດ. ຢູ່ທີ່ນັ້ນ, ປະຊາຊົນແຕ່ລະຄົນແມ່ນບ່ອນອີງທີ່ສຳຄັນ, ແມ່ນ “ຫຼັກໝາຍທີ່ມີຊີວິດ” ໃນທ່າຮົບປ້ອງກັນຊາຍແດນທົ່ວປວງຊົນ.
ໃນປີ 2025, ຕໍ່ໜ້າການຜັນແປຢ່າງສັບສົນຂອງສະພາບການໂລກ ແລະ ພາກພື້ນ, ເປັນຕົ້ນແມ່ນສິ່ງທ້າທາຍຄວາມໝັ້ນຄົງທີ່ເປັນການຫະຫານ ແລະບໍ່ເປັນການທະຫານ, ທະຫານຊາຍແດນ ໄດ້ຢຶດດໝັ້ນ, ໃກ້ຊິດຕິດແທດກັບທ້ອງຖິ່ນ, ຕິດແທດກັບປະຊາຊົນ, ຖືວຽກງານຂົນຂວາຍປະຊາຊົນເປັນມາດຕະການໂດຍພື້ນຖານ ແລະຍາວນານ ເພື່ອຮັກສາສະຖຽນລະພາບຢູ່ເຂດຊາຍແດນ. ຢຶດໝັ້ນຕໍ່ທິດນໍາທີ່ວ່າ “ໄປທຸກຊອຍ, ເຄາະປະຕູທຸກເຮືອນ”, ບັນດກົມກອງໄດ້ຫັນວຽກງານຂົນຂວາຍປະຊາຊົນເປັນລະອຽດ ດ້ວຍວຽກເຮັດງານທຳທີ່ແທດຈິງ, ເໝາະສົມກັບຈຸດພິເສດສະເພາະຂອງແຕ່ລະບໍລິເວນ.
ຢູ່ລຽບຕາມເສັ້ນຊາຍແດນທາງພາກເໜືອ, ບ່ອນທີ່ມີພູມສັນຖານທຸລະກັນດານ, ດິນຟ້າອາກາດຮ້າຍແຮງ, ການຮ່ວມເດີນທາງ, ການສົມທົບລະຫວ່າງປະຊາຊົນ ກັບທະຫານຊາຍແດນນັບມື້ນັບແໜ້ນແຟ້ນ. ທ່ານພັນຕີ ເຢືອງວັນຢາງ, ຫົວໜ້າການເມືອງຄ້າຍທະຫານຊາຍແດນກົກປາງ, ກອງບັນຊາການ ທະຫານຊາຍແດນແຂວງກາວບັ່ງ ແບ່ງປັນວ່າ: “ຈາກວຽກງານໂຄສະນາເຜີຍແຜ່ຢ່າງເລິກເຊິ່ງ, ຄວາມຮັບຮູ້ຂອງປະຊາຊົນຢູ່ເຂດຊາຍແດນໄດ້ຮັບການຍົກສູງຂຶ້ນ, ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນສະຕິຕື່ນຕົວໃນການປະຕິບັດຄວາມຮັບຜິດຊອບຂອງພົນລະເມືອງ. ບ້ານຕ່າງໆໄດ້ສ້າງຕັ້ງກຸ່ມຄຸ້ມຄອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນດ້ວຍຕົນເອງ ແລະກຸ່ມຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ພ້ອມກັບທະຫານຊາຍແດນ ປະກອບສ່ວນຄຸ້ມຄອງ, ປົກປັກຮັກສາເຂດຊາຍແດນຂອງຊາດ”. ຈາກບັນດາຮູບແບບດັ່ງກ່າວ, ບົດບາດການເປັນເຈົ້າກຳຂອງປະຊາຊົນໃນການປົກປັກຮັກສາຊາຍແດນນັບມື້ນັບໄດ້ຮັບການຢັ້ງຢືນ, ເມື່ອປະຊາຊົນແຕ່ລະຄົນບໍ່ພຽງແຕ່ແມ່ນເປົ້າໝາຍໂຄສະນາເທົ່ານັ້ນ, ຫາກຍັງໄດ້ເຂົ້າຮ່ວມໂດຍກົງໃນການປົກປັກຮັກສາເຂດຊາຍແດນຂອງປະເທດຊາດ.
    |
 |
|
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນອານຫາຍ, ກອງບັນຊາການທະຫານຊາຍແດນແຂວງດັກລັກ ໂຄສະນາກ່ຽວກັບການຕ້ານ ແລະສະກັດກັ້ນການຂຸດຄົ້ນ IUU; ພ້ອມທັງມອບທຸງຊາດໃຫ້ແກ່ຊາວປະມົງຢູ່ທ່າກໍາປັ່ນຕຽນເຈົາ, ຕາແສງຕຸຍອານດົງ, ແຂວງດັກລັກ. ພາບ: bienphong.com.vn |
ໄປຄຽງຄູ່ກັບການປັບປຸງຄວາມຮັບຮູ້ຂອງປະຊາຊົນ, ວຽກງານຂົນຂວາຍມະຫາຊົນ, ປະຊາຊົນໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ຕໍ່ເນື່ອງ ແລະມີລວງເລິກ. ໃນປີ 2025, ບັນດາກົມກອງຂອງທະຫານຊາຍແດນ ໄດ້ຈັດຕັ້ງການໂຄສະນາກ່ວາ 40.000 ຄັ້ງ, ໂຄສະນາເຜີຍແຜ່ແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດໃຫ້ປະຊາຊົນກວ່າ 1,1 ລ້ານເທື່ອຄົນ; ໄດ້ຈັດສົ່ງພະນັກງານ, ນັກຮົບເກືອບ 95.000 ເທື່ອຄົນ ລົງຮາກຖານໂດຍກົງເພື່ອກໍາແໜ້ນສະພາບການ, ຊ່ວຍປະຊາຊົນມີການດໍາລົງຊີວິດເປັນປົກກະຕິ. ຜ່ານນັ້ນ, ສາຍພົວພັນທີ່ສະໜິດຕິດພັນລະຫວ່າງທະຫານກັບປະຊາຊົນນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ, ສ້າງພື້ນຖານອັນໜັກແໜ້ນເພື່ອແກ້ໄຂບັນຫາທີ່ເກີດຂຶ້ນຢູ່ຮາກຖານຢ່າງທັນການ.
ຢູ່ເຂດແຄມທະເລ, ເຊິ່ງແມ່ນບ່ອນທີ່ຊາວປະມົງຍັງປະສົບກັບຄວາມສ່ຽງຫຼາຍໃນການອອກແຮງງານທໍາການຜະລິດ, ວຽກງານຂົນຂວາຍປະຊາຊົນ, ມະຫາຊົນຍິ່ງມີຄວາມໝາຍສໍາຄັນກວ່າ. ໃນປີ 2025, ບັນດາກົມກອງທະຫານຊາຍແດນໄດ້ໂຄສະນາໃຫ້ແກ່ເຈົ້າຂອງເຮືອຫາປາ 35.000 ກວ່າຄົນ ແລະຊາວປະມົງ 200.000 ກວ່າເທື່ອຄົນ ກ່ຽວກັບວຽກງານຕ້ານ ແລະສະກັດກັ້ນການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມການກໍານົດ (IUU); ມອບທຸງຊາດ 20,000 ກວ່າຜືນ, ເສື້ອຊູຊີບນັບພັນອັນ ແລະເອກະສານກົດໝາຍຫຼາຍສະບັບ. ບັນດາວຽກງານດັ່ງກ່າວໄດ້ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງຊາວປະມົງ, ເພື່ອໃຫ້ເຂົາເຈົ້າສືບຕໍ່ມີຄວາມອຸ່ນອ່ຽນໃຈອອກສູ່ທະເລ, ຕິດພັນການພັດທະນາເສດຖະກິດກັບການປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຂອງປະເທດຊາດ.
ຮ່ວມເດີນທາງພ້ອມກັບປະຊາຊົນ, ແຜ່ຂະຫຍາຍນ້ຳໃຈສາມັກຄີຢູ່ເຂດດ່ານໜ້າ
ບໍ່ພຽງແຕ່ເປັນກຳລັງຄຸ້ມຄອງ, ປົກປັກຮັກສາຊາຍແດນ, ທະຫານຊາຍແດນຍັງເປັນບ່ອນອີງທີ່ໄວ້ເນື້ອເຊື່ອໃຈຂອງປະຊາຊົນໃນການພັດທະນາເສດຖະກິດ, ເຮັດໃຫ້ການດໍາລົງຊີວິດເປັນປົກກະຕິ, ເປັນຕົ້ນແມ່ນຢູ່ບໍລິເວນທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຈາກຄວາມຮັບຮູ້ “ປະຊາຊົນມີຄວາມສະຫງົບສຸກນັ້ນ, ຊາຍແດນຈຶ່ງໝັ້ນຄົງ”, ບັນດາກົມກອງໄດ້ເປັນເຈົ້າການຜັນຂະຫຍາຍຫຼາຍຮູບຫຼາຍແບບເພື່ອຊ່ວຍເຫຼືອປະຊາຊົນພັດທະນາເສດຖະກິດ, ສັງຄົມ, ຕິດພັນວຽກງານຂົນຂວາຍປະຊາຊົນກັບໜ້າທີ່ການເມືອງຂອງແຕ່ລະທ້ອງຖິ່ນ.
    |
 |
|
ພະນັກງານຄ້າຍທະຫານຊາຍແດນຕາມແທັງ, ກອງບັນຊາການທະຫານຊາຍແດນແຂວງແທັງຮວ໊າ ໂຄສະນາ, ຂົນຂວາຍປະຊາຊົນມອບອາວຸດປືນທີ່ປະດິດຂຶ້ນເອງ. ພາບ: bienphong.com.vn |
ຢູ່ບໍລິເວນພາກກາງ, ຂົວແຫ່ງຕ່າງ, ເຮືອນຫຼັງໃໝ່, ຫ້ອງຮຽນໄດ້ຮັບການກໍ່ສ້າງດ້ວຍເຫື່ອແຮງ ແລະນ້ຳໃຈຂອງພະນັກງານ, ນັກຮົບທະຫານຊາຍແດນ. ທ່ານ ໂຮ່ວັນເຊີນ, ຢູ່ບ້ານຢາງ 2, ຕາແສງເຮືອງຊວນ, ແຂວງຮ່າຕິ້ງ ໃຫ້ຮູ້ວ່າ: “ທະຫານໄດ້ກໍ່ສ້າງຂົວໃຫ້ແກ່ໝູ່ບ້ານ, ໜູນຊ່ວຍແມ່ພັນງົວໃຫ້ຄອບຄົວທຸກຍາກ, ສອນໜັງສືໃຫ້ພວກນ້ອງນັກຮຽນ. ໂອກາດບຸນເຕັດປີນີ້, ໝູ່ບ້ານມີຄວາມເບີກບານມ່ວນຊື່ນກວ່າ, ເພາະວ່າຫຼາຍຄອບຄົວມີເຮືອນຫຼັງໃໝ່ໂດຍຮັບການໜູນຊ່ວຍຈາກທະຫານຊາຍແດນ ແລະອຳນາດການປົກຄອງທ້ອງຖິ່ນ”.
ໃນຂະນະທີ່ຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ການກະທຳທີ່ເຕັມໄປດ້ວຍນ້ຳໃຈຄວາມຮັກແພງ ແລະແທດຈິງຂອງທະຫານຊາຍແດນໄດ້ເປັນການແບ່ງປັນ ແລະຕໍ່ກຳລັງແຮງຊ່ວຍໃຫ້ປະຊາຊົນມີຄວາມອຸ່ນອ່ຽນໃຈດຳລົງຊີວິດຢູ່ເຂດດິນແດນ, ຕິດແທດກັບໝູ່ບ້ານ, ສະໜິດຕິດພັນກັບເຂດຊາຍແດນ.
ກ້າວເຂົ້າສູ່ປີ 2026, ວຽກງານຂົນຂວາຍຂອງທະຫານຊາຍແດນສືບຕໍ່ປ່ຽນແປງໃໝ່, ເໝາະສົມກັບແຕ່ລະບໍລິເວນ, ແຕ່ລະເປົ້າໝາຍ. ກໍາລັງທະຫານຊາຍແດນ ສຸມໃສ່ສ້າງຖັນແຖວພະນັກງານຂົນຂວາຍປະຊາຊົນໃຫ້ມີຄວາມຮູ້ໜັກແໜ້ນ, ເສິີມຂະຫຍາຍປະສິດທິຜົນຂອງຮູບແບບຄຸ້ມຄອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນດ້ວຍຕົນເອງ, ຕິດພັນຄວາມຮັບຜິດຊອບຂອງປະຊາຊົນ ກັບໜ້າທີ່ປົກປັກຮັກສາຊາຍແດນ, ຜ່ານນັ້ນເສີມສ້າງ “ທ່າຮົບໃນໃຈປະຊາຊົນ” ຢູ່ເຂດດ່ານໜ້າຂອງປະເທດຊາດ.
ໂດຍ: ທູຈາງ