ຍົກສູງຄວາມຮູ້ດ້ານກົດໝາຍກ່ຽວກັບຊາຍແດນໃຫ້ແກ່ເຈົ້າກົກເຈົ້າເຫຼົ່າ, ນາຍບ້ານຂອງ ຫວຽດນາມ ແລະລາວ
ກປ.ອອນໄລ - ວັນທີ 19 ທັນວາ, ຢູ່ຕາແສງດົ່ງເຮີ໊ຍ, ກອງບັນຊາການທະຫານຊາຍແດນແຂວງກວ໋າງຈິ້ ໄດ້ຈັດຕັ້ງພິທີປິດກອງປະຊຸມເຜີຍແຜ່ເອກະສານນິຕິກໍາ ແລະສະພາບການທີ່ກ່ຽວຂ້ອງເຖິງສອງຟາກຊາຍແດນໃຫ້ແກ່ເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ຜູ້ມີອິດທິພົນຊື່ສຽງຂອງຫວຽດນາມ ແລະລາວ.
ພາຍຫຼັງເວລາ 5 ວັນຈັດຕັ້ງກອງປະຊຸມ, ຜູ້ແທນ 50 ຄົນທີ່ເປັນເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ຜູ້ມີອິດທິພົນຊື່ສຽງທີ່ມາຈາກສອງຟາກຊາຍແດນ 3 ແຂວງ, ຄື: ຄໍາມ່ວນ, ສະຫວັນນະເຂດ (ລາວ) ແລະແຂວງກວ໋າງຈິ້ (ຫວຽດນາມ) ໄດ້ຮັບຟັງການເຜີຍແຜ່ 4 ຫົວເລື່ອງສະເພາະຈາກຜູ້ບັນຍາຍທະຫານຊາຍແດນ.
    |
 |
|
ກອງບັນຊາການທະຫານຊາຍແດນແຂວງກວ໋າງຈິ້ ມອບຂອງຂວັນໃຫ້ແກ່ເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ຜູ້ມີອິດທິພົນຊື່ສຽງ ເຂົ້າຮ່ວມກອງປະຊຸມ. ພາບ: baoquangtri.vn |
ບັນດາເນື້ອໃນໄດ້ເຜີຍແຜ່ໃກ້ຊິດຕິດແທດສະພາບການ, ຄວາມຮຽກຮ້ອງໜ້າທີ່ວຽກງານສົມທົບກັນຄຸ້ມຄອງປົກປັກຮັກສາຊາຍແດນ; ຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳປະເພດຕ່າງໆ, ບັນດາອິດທິກຳລັງປໍລະປັກ, ກຸ່ມຄົນບໍ່ຫວັງດີເພື່ອຫວັງຕ້ານທຳລາຍ ແລະແບ່ງແຍກສາຍພົວພັນລະຫວ່າງຫວຽດນາມ ແລະລາວ... ຮັບປະກັນລັກສະນະຮອບດ້ານ, ສັງລວມສູງ ແລະມີລວງເລິກ.
ກ່າວຄຳເຫັນທີ່ພິທີປິດ, ທ່ານພັນເອກພິເສດ ໂຮ່ແທັງເຊີນ, ຮອງຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງກວ໋າງຈິ້ ຫວັງວ່າ ພາຍຫຼັງກັບຄືນເມືອທ້ອງຖິ່ນ, ບັນດາເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ຜູ້ມີອິດທິພົນຊື່ສຽງ ຈະຈັດຕັ້ງການປະຊຸມບ້ານ ເພື່ອເຜີຍແຜ່ເນື້ອໃນໄດ້ຝຶກອົບຮົມໃຫ້ປະຊາຊົນ; ສົມທົບກັນຢ່າງແໜ້ນແຟ້ນກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ກໍາລັງປ້ອງກັນຊາຍແດນຂອງສອງຝ່າຍເຂົ້າຮ່ວມການປົກປັກຮັກສາລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ.
ໂຄສະນາ, ຂົນຂວາຍພໍ່ແມ່ປະຊາຊົນບໍ່ຟັງຄົນບໍ່ດີ, ບໍ່ເຂົ້າຮ່ວມການເຄື່ອນໄຫວລະເມີດກົດໝາຍ, ພ້ອມກັບທຸກຂັ້ນ, ທຸກຂະແໜງການກໍ່ສ້າງບ້ານໝັ້ນຄົງ, ສາມັກຄີ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນ ຫວຽດນາມ-ລາວ ແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.
ໂດຍ: ເຈິ່ນຮວ່ຽນ