Âr ບາເຍິມ ແມ່ນໝູ່ບ້ານນ້ອຍໜຶ່ງຂອງຕາແສງອາເລື໊ອຍ 2, ຕັ້ງຢູ່ຕິດກັບສາຍພູເຈື່ອງເຊີນ, ຢູ່ຕິດກັບເມືອງກາລື່ມ, ແຂວງເຊກອງ (ລາວ). ທົ່ວບ້ານມີ 165 ຄອບຄົວ, ມີປະຊາກອນ 680 ກວ່າຄົນ, 100% ເປັນຊາວເຜົ່າຕາໂອຍ, ປາໂກ. ກ່ອນໜ້ານີ້, ຍ້ອນການດຳລົງຊີວິດຢູ່ເຂດຫ່າງໄກສອກຫຼີກທີ່ມີການພົວພັນ, ພົບປະກັບໂລກພາຍນອກໜ້ອຍ, ລະດັບຄວາມຮູ້ຂອງປະຊາຊົນ, ຄວາມຮັບຮູ້ດ້ານກົດໝາຍຍັງຖືກຈຳກັດ.

ແຕ່ວ່າ, ນັ້ນໄດ້ເປັນເລື່ອງເລົ່າຂອງອະດີດໄປແລ້ວ. ໂດຍປະຕິບັດຕາມທິດນຳທີ່ວ່າ “ຝົນລິນດິນຊຸ່ມດົນ”, ພະນັກງານ, ນັກຮົບຄ້າຍທະຫານຊາຍແດນກວ໋າງເຍິມ ອົດທົນບໍ່ວ່າກາງເວັນ ແລະກາງຄືນ “ໄປທຸກຮ່ອມ, ເຄາະທຸກເຮືອນ”, ນຳໃຊ້ເລື່ອງລາວທີ່ຄຸ້ນເຄີຍທີ່ສຸດເພື່ອໂຄສະນາ, ຂົນຂວາຍປະຊາຊົນລົບລ້າງຮີດຄອງປະເພນີທີ່ຫຼ້າຫຼັງ, ທຳມາຫາກິນຢ່າງດຸໝັ່ນຂະຫຍັນພຽນເພື່ອບືນຕົວຂຶ້ນໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ. ສະນັ້ນ, ຄວາມຮັບຮູ້ ແລະສະຕິຂອງພໍ່ແມ່ປະຊາຊົນຈຶ່ງໄດ້ຮັບການຍົກລະດັບຂຶ້ນເທື່ອລະກ້າວ.

leftcenterrightdel
ພະນັກງານຄ້າຍທະຫານຊາຍແດນກວ໋າງເຍິມ ກວດກາສວນຢາງ ໂດຍກົມກອງໜູນຊ່ວຍແນວພັນປູກໃຫ້ບັນດາຄອບຄົວຢູ່ບ້ານ Âr ບາເຍິມ, ຕາແສງອາເລື໊ອຍ 2, ເດືອນ ມິຖຸນາ 2025. ພາບ: ຫວໍຕ໊ຽນ

ທ່ານນາງ ໂຮ່ທິແຮ່, ນາຍບ້ານ Âr ບາເຍິມ ໃຫ້ຮູ້ວ່າ: “ນັບແຕ່ໄດ້ຮັບການເຜີຍແຜ່ຈາກທະຫານຊາຍແດນ, ສະຕິຂອງພໍ່ແມ່ປະຊາຊົນໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງ. ທຸກຄົນລ້ວນແຕ່ເຂົ້າໃຈ ແລະປະຕິບັດຕາມແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ. ທະຫານແມ່ນບ່ອນອີງອັນໝັ້ນແກ່ນຂອງຊາວບ້ານຕົນ”.

ບໍ່ພຽງແຕ່ຢຸດຢູ່ບ້ານໜຶ່ງ, ບ້ານດຽວເທົ່ານັ້ນ, ວຽກງານທີ່ເຮັດຢ່າງອົດທົນ, ສຸດອົກສຸດໃຈຂອງພະນັກງານ, ນັກຮົບຄ້າຍທະຫານຊາຍແດນກວ໋າງເຍິມ ໄດ້ແຜ່ຂະຫຍາຍໃນບໍລິເວນຊາຍແດນຢ່າງແຂງແຮງ. ດ້ວຍການສົມທົບຢ່າງແໜ້ນແຟ້ນກັບອຳນາດການປົກຄອງທ້ອງຖິ່ນ, ທະຫານໄດ້ສົມທົບກັບເນື້ອໃນໂຄສະນາກົດໝາຍ, ປົກປັກຮັກສາອະທິປະໄຕເຂດຊາຍແດນເຂົ້າໃນການດໍາເນີນຊີວິດຂອງວົງຄະນາຍາດຊຸມຊົນ, ການປະຊຸມບ້ານ… ວິທີເຮັດແບບນີ້ທັງມີຄວາມໃກ້ຊິດຕິດແທດ ແລະທັງມີປະສິດທິຜົນນັ້ນ, ໄດ້ນຳເອົາຄວາມຮູ້ດ້ານກົດໝາຍເຂົ້າໃນການດຳລົງຊີວິດຢ່າງເລິກເຊິ່ງເທື່ອລະກ້າວ, ເຂົ້າໃນແຕ່ລະການຄົ້ນຄິດ ແລະຄວາມລື້ງເຄີຍໃນການດຳລົງຊີວິດຂອງພໍ່ແມ່ປະຊາຊົນ.

ທ່ານ ຫງວຽນຮຸຍແຮນ ຢູ່ບ້ານປີໄອ 2, ຕາແສງອາເລື໊ອຍ 2, ໃຫ້ຮູ້ວ່າ: “ປະຈຸບັນພໍ່ແມ່ປະຊາຊົນພວກຂ້າພະເຈົ້າຖືເອົາການປົກປັກຮັກສາຊາຍແດນແມ່ນຄວາມຮັບຜິດຊອບຂອງຕົນ, ເມື່ອມີຂໍ້ມູນຫຍັງທີ່ກ່ຽວຂ້ອງເຖິງຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ພວກຂ້າພະເຈົ້າລ້ວນແຕ່ແຈ້ງໃຫ້ກໍາລັງທະຫານຊາຍແດນຮັບຊາບ. ຍາມໃດພວກຂ້າພະເຈົ້າກໍ່ພ້ອມແລ້ວທີ່ຈະເຂົ້າຮ່ວມພ້ອມກັບທະຫານເພື່ອຄຸ້ມຄອງ ແລະປົກປັກຮັກສາອະທິປະໄຕອັນສັກສິດຂອງປະເທດຊາດ”.

ບໍ່ພຽງແຕ່ຢຸດຢູ່ທີ່ການໂຄສະນາເຜີຍແຜ່ຍົກສູງຄວາມຮັບຮູ້ເທົ່ານັ້ນ ແຕ່ພະນັກງານ, ນັກຮົບຄ້າຍທະຫານຊາຍແດນກວ໋າງເຍິມ ຍາມໃດກໍ່ມີຄວາມເປັນຫ່ວງຕໍ່ການດຳລົງຊີວິດຂອງພໍ່ແມ່ປະຊາຊົນຢູ່ເຂດຊາຍແດນປະເທດຊາດ. ດ້ວຍທິດນຳທີ່ວ່າ: “ຄ້າຍແມ່ນເຮືອນ, ຊາຍແດນແມ່ນບ້ານເກີດເມືອງນອນ, ປະຊາຊົນບັນດາເຜົ່າແມ່ນອ້າຍເອື້ອຍນ້ອງຄີງ”, ພວກອ້າຍທະຫານໄດ້ຕັ້ງໜ້າຮ່ວມເດີນທາງ, ໜູນຊ່ວຍປະຊາຊົນພັດທະນາເສດຖະກິດ, ເພື່ອໃຫ້ມີຊີວິດການເປັນຢູ່ເປັນປົກກະຕິ. ຈາກຮູບແບບການລ້ຽງສັດ ແລະການປູກຝັງທີ່ເໝາະສົມກັບເງື່ອນໄຂຂອງທ້ອງຖິ່ນເພື່ອນຳເອົາແນວພັນພືດ ແລະສັດລ້ຽງທີ່ມີມູນຄ່າເສດຖະກິດສູງເຂົ້າມາຜະລິດ, ທະຫານຊາຍແດນໄດ້ນຳເອົາທິດທາງເດີນໃໝ່, ແທດຈິງ ແລະຍືນຍົງມາໃຫ້ປະຊາຊົນ.

ສວນທີ່ເຄີຍປູກມັນຕົ້ນ ແລະສາລີ, ປະຈຸບັນແມ່ນປົກຄຸມໄປດ້ວຍຕົ້ນໄມ້ກິນໝາກ, ພືດຢາສະໝຸນໄພ, ຕົ້ນໄມ້ອຸດສາຫະກຳ. ນອກຈາກນັ້ນ, ຄ້າຍທະຫານຊາຍແດນກວ໋າງເຍິມ ຍັງໜູນຊ່ວຍບັນດາຄອບຄົວແນວພັນພືດ, ແນວພັນສັດລ້ຽງ, ກໍ່ສ້າງຮູບແບບການລ້ຽງປາ; ລະດົມແຫຼ່ງກຳລັງໃນສັງຄົມເພື່ອຊ່ວຍເຫຼືອ, ມອບຂອງຂວັນນັບຮ້ອຍອັນໃຫ້ບັນດາຄອບຄົວປະສົບຄວາມຫຍຸ້ງຍາກໃນບໍລິເວນຊາຍແດນ. ຂອງຂວັນແຕ່ລະພູດ, ແນວພັນພືດ ແລະແນວພັນສັດລ້ຽງແຕ່ລະຊະນິດບໍ່ພຽງແຕ່ມີຄວາມໝາຍທາງດ້ານວັດຖຸເທົ່ານັ້ນ, ແຕ່ຍັງມີຄວາມສາມັກຄີຮັກແພງ ແລະແບ່ງປັນຂອງທະຫານຊາຍແດນອີກດ້ວຍ.

ທ່ານພັນໂທ ຫງວຽນດັງດົ່ງ, ຫົວໜ້າຄ້າຍທະຫານຊາຍແດນກວ໋າງເຍິມ ຢືນຢັນວ່າ: “ການປົກປັກຮັກສາຊາຍແດນບໍ່ພຽງແຕ່ປົກປັກຮັກສາຫຼັກໝາຍຊາຍແດນ, ດິນແດນເທົ່ານັ້ນ, ແຕ່ແກ່ນສານຂອງມັນແມ່ນຕ້ອງເອົາໃຈໃສ່ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ, ເມື່ອພໍ່ແມ່ປະຊາຊົນມີຊີວິດການເປັນຢູ່ເປັນປົກກະຕິ, ເມື່ອຄວາມເຊື່ອໝັ້ນຕໍ່ພັກ, ລັດ ແລະກອງທັບ ໄດ້ຮັບການປັບປຸງ, ນັ້ນແມ່ນກຳແພງອັນໝັ້ນແກ່ນເພື່ອປົກປັກຮັກສາອະທິປະໄຕ, ຄວາມສະຫງົບຊາຍແດນແຫ່ງຊາດ. ພວກຂ້າພະເຈົ້າຈະສືບຕໍ່ສະໜິດຕິດພັນກັບປະຊາຊົນ, ຮ່ວມເດີນທາງພ້ອມກັບພໍ່ແມ່ປະຊາຊົນເພື່ອສ້າງຊາຍແດນໃຫ້ນັບມື້ນັບພັດທະນາ ແລະຮັ່ງມີເຂັ້ມແຂງຂຶ້ນເລື້ອຍໆ”.

ໂດຍ: ເຈິ່ນຮວ່ຽນ