ບົນພື້ນຖານນັ້ນ, ທະຫານຊາຍແດນຫວຽດນາມ ກັບກໍາລັງຄຸ້ມຄອງ, ປົກປັກຮັກສາຊາຍແດນຂອງລາວ ໄດ້ຜັນຂະຫຍາຍຫຼາຍລາຍການສົມທົບກັນແນໃສ່ປະກອບສ່ວນຮັກສາອະທິປະໄຕຜືນແຜ່ນດິນໄວ້ໃຫ້ໝັ້ນຄົງ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຕ້ານອາດຊະຍາກຳ, ກໍ່ສ້າງເຂດຊາຍແດນໃຫ້ນັບມື້ນັບພັດທະນາ.
ໃນປີ 2025, ກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ເປັນເຈົ້າການເປັນເສນາທິການໃຫ້ຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ ກ່ຽວກັບແຜນນະໂຍບາຍ, ມາດຕະການຈັດຕັ້ງການຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຮັກສາຄວາມໝັ້ນຄົງຊາຍແດນແຫ່ງຊາດໄວ້ຢ່າງໜັກແໜ້ນໝັ້ນແກ່ນ. ການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງທະຫານຊາຍແດນ ກັບຄະນະພັກ, ອຳນາດການປົກຄອງ ແລະກໍາລັງທີ່ກ່ຽວຂ້ອງ ໄດ້ຊ່ວຍແກ້ໄຂເຫດການຕ່າງໆທີ່ເກີດຂຶ້ນຢ່າງທັນການ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ ໂດຍບັງເອີນ, ຮັບປະກັນການປະຕິບັດຖືກຕາມຂໍ້ຕົກລົງຂັ້ນລັດຖະບານ ວ່າດ້ວຍເສັ້ນຊາຍແດນ, ຫຼັກໝາຍຊາຍແດນ.
ໃນພື້ນທີ່ຕົວຈິງ, ທະຫານຊາຍແດນບັນດາແຂວງທີ່ຢູ່ລຽບຕາມຊາຍແດນ ຫວຽດນາມ-ລາວ ໄດ້ສົມທົບກັບກຳລັງປ້ອງກັນຊາຍແດນຂອງລາວ ເພື່ອຜັນຂະຫຍາຍປະຕິບັດອະນຸສັນຍາວ່າດ້ວຍເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນ, ສັນຍາວ່າດ້ວຍກົດລະບຽບຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກ. ລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ໄດ້ຮັບການຄຸ້ມຄອງຢ່າງແໜ້ນແຟ້ນ; ສອງຝ່າຍໄດ້ຈັດຕັ້ງການລາດຕະເວນສອງຝ່າຍ 206 ຄັ້ງ ດ້ວຍການເຂົ້າຮ່ວມຂອງພະນັກງານ, ນັກຮົບ 4.722 ເທື່ອຄົນ, ໄດ້ພົບເຫັນ, ແກ້ໄຂບັນດາການກະທຳລະເມີດກົດລະບຽບຊາຍແດນຢ່າງທັນການ, ຮັກສາສະຖຽນລະພາບ ແລະຄວາມປອດໄພຢູ່ລຽບຕາມເສັ້ນຊາຍແດນ.
ໃນການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ, ບັນດາກົມກອງທະຫານຊາຍແດນຫວຽດນາມ ແລະກຳລັງທີ່ກ່ຽວຂ້ອງຂອງລາວ ໄດ້ຮັກສາການແລກປ່ຽນວຽກງານ, ການພົບປະເປັນປະຈຳໄລຍະ, ເປັນຕົ້ນແມ່ນລະຫວ່າງຄ້າຍ-ກອງຮ້ອຍທະຫານຊາຍແດນ. ສອງຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານດ້ານວິຊາການ, ສະພາບອາດຊະຍາກຳຢ່າງເປັນປະຈໍາ, ພົບເຫັນ ແລະທຳລາຍຫຼາຍຄະດີຢາເສບຕິດ, ການຈັດຕັ້ງການເຂົ້າ-ອອກເມືອງຜິດກົດໝາຍ ແລະອົບພະຍົບຢ່າງເສລີຢ່າງທັນການ.
    |
 |
|
ບັນດາຄ້າຍທະຫານຊາຍແດນ ຢູ່ລຽບຕາມເສັ້ນຊາຍແດນທາງບົກ ຂຶ້ນກັບທະຫານຊາຍແດນແຂວງຮ່າຕິ໊ງ ແຮກສ່ຽວກັບກົມກອງປ້ອງກັນຊາຍແດນຂອງກອງບັນຊາການທະຫານແຂວງຄໍາມ່ວນ, ລາວ. ພາບ: bienphong.com.vn |
ໃນຂົງເຂດຄຸ້ມຄອງດ່ານຊາຍແດນ, ຄວບຄຸມການເຂົ້າ-ອອກເມືອງ, ທະຫານຊາຍແດນຫວຽດນາມ ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບກໍາລັງທີ່ກ່ຽວຂ້ອງຂອງລາວ ເພື່ອຮັບປະກັນການແລກປ່ຽນການຄ້າຢ່າງສະດວກ ແຕ່ກໍ່ຍັງຮັກສາຄວາມສະຫງົບ. ນັບແຕ່ຕົ້ນປີ 2025 ເປັນຕົ້ນມາ, ສອງຝ່າຍໄດ້ປະຕິບັດສໍາເລັດລະບຽບການເຂົ້າ-ອອກເມືອງໃຫ້ແກ່ປະຊາຊົນກວ່າ 2,28 ລ້ານເທື່ອຄົນ ແລະພາຫະນະເກືອບ 868.000 ເທື່ອຄັນ. ການປັບປຸງຂັ້ນຕອນ, ຍົກສູງກໍາລັງຄວາມສາມາດຂອງການຄວບຄຸມຫັນດ່ານຊາຍແດນເປັນທັນສະໄໝ ໄດ້ປະກອບສ່ວນຊຸກຍູ້ການພົບປະແລກປ່ຽນດ້ານເສດຖະກິດ, ການຄ້າ ແລະການທ່ອງທ່ຽວ, ພ້ອມທັງສ້າງເງື່ອນໄຂໃຫ້ປະຊາຊົນຢູ່ເຂດຊາຍແດນພັດທະນາຊີວິດການເປັນຢູ່ ແລະທຳການຜະລິດ.
ການເຄື່ອນໄຫວການທູດປ້ອງກັນຊາດ, ການທູດຊາຍແດນ ສືບຕໍ່ໄດ້ຮັບການຍູ້ແຮງ ແລະເຂົ້າສູ່ລວງເລິກ. ກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ເປັນເສນາທິການໃຫ້ກະຊວງປ້ອງກັນປະເທດສອງປະເທດ ລົງນາມ “ໜັງສືເຈດຈໍານົງກ່ຽວກັບເລື່ອງກະຊວງປ້ອງກັນປະເທດຫວຽດນາມ ໜູນຊ່ວຍກໍ່ສ້າງສໍານັກງານກອງບັນຊາການທະຫານຊາຍແດນລາວ, ກອງທັບປະຊາຊົນລາວ”, ສະແດງໃຫ້ເຫັນຄວາມຮັບຜິດຊອບ, ອາລົມຈິດ ແລະການໜູນຊ່ວຍທີ່ແທດຈິງໃຫ້ກໍາລັງຝ່າຍເພື່ອນ.
ວຽກງານບໍາລຸງສ້າງ ແລະຝຶກອົບຮົມໃຫ້ພະນັກງານປ້ອງກັນຊາຍແດນຝ່າຍລາວ ສືບຕໍ່ໄດ້ຮັບການຍູ້ແຮງ. ໃນປີ 2025, ວິທະຍາຄານປ້ອງກັນຊາຍແດນ ແລະໂຮງຮຽນຕ່າງໆທີ່ຂຶ້ນກັບທະຫານຊາຍແດນໄດ້ຮັບການບຳລຸງກໍ່ສ້າງພະນັກງານລາວ 32 ຄົນ ໃນລະດັບຕ່າງກັນ; ໄດ້ຈັດພິທີຈົບຊັ້ນປະລິນຍາໂທ 1 ຊຸດ; ພ້ອມທັງສົ່ງພະນັກງານຫວຽດນາມ 3 ຄົນໄປຮຽນພາສາຢູ່ລາວ. ນີ້ແມ່ນການເຄື່ອນໄຫວທີ່ປະກອບສ່ວນກໍ່ສ້າງຖັນແຖວພະນັກງານທະຫານຊາຍແດນສອງປະເທດໃຫ້ມີລະດັບຄວາມຮູ້, ມີຄຸນທາດ, ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບບໍລິເວນ ແລະສີສັນວັດທະນະທຳ ຢູ່ເຂດຊາຍແດນ.
ໄປຄຽງຄູ່ກັບໜ້າທີ່ການທະຫານ-ການປ້ອງກັນຊາດ, ຮູບແບບ “ແຮກສ່ຽວລະຫວ່າງຄ້າຍ-ປ້ອມທະຫານຊາຍແດນ”, “ແຮກສ່ຽວກຸ່ມຊຸມຊົນທີ່ຢູ່ສອງຟາກຊາຍແດນ” ສືບຕໍ່ເສີມຂະຫຍາຍປະສິດທິຜົນ, ປັບປຸງນ້ຳໃຈສາມັກຄີແບບພິເສດ ຫວຽດນາມ-ລາວ ຢູ່ຂັ້ນຮາກຖານ. ປີ 2025, ສອງຝ່າຍໄດ້ຈັດຕັ້ງການແຮກສ່ຽວລະຫວ່າງຄ້າຍ-ປ້ອມທະຫານຊາຍແດນ ຕື່ມອີກ 6 ຄູ່. ໃນລາຍການ “ຊ່ວຍນ້ອງໄປໂຮງຮຽນ”, ທະຫານຊາຍແດນຫວຽດນາມ ສືບຕໍ່ຊ່ວຍເຫຼືອນັກຮຽນລາວ 77 ຄົນ ທີ່ປະສົບກັບຄວາມຫຍຸ້ງຍາກ ດ້ວຍເງິນໜູນຊ່ວຍ 500.000 ດົ່ງ/ຄົນ/ເດືອນ. ຄະນະແພດທະຫານຊາຍແດນຫວຽດນາມ ໄດ້ຈັດຕັ້ງການກວດພະຍາດ, ມອບຢາປິ່ນປົວໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ ຢູ່ເຂດຫ່າງໄກສອກຫຼີກຂອງຫວຽດນາມ ແລະລາວ ກວ່າ 3.500 ເທື່ອຄົນ, ສົມທົບກັນໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນກໍ່ສ້າງຊີວິດທີ່ສີວິໄລ ແລະເຂົ້າຮ່ວມການປົກປັກຮັກສາຊາຍແດນ.
ບັນດາໝາກຜົນອັນພົ້ນເດັ່ນໃນການສົມທົບກັນລະຫວ່າງທະຫານຊາຍແດນຫວຽດນາມ ກັບກໍາລັງປ້ອງກັນຊາຍແດນຂອງລາວ ໃນໄລຍະຜ່ານມາ ສືບຕໍ່ຢັ້ງຢືນຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດ, ສາຍພົວພັນທີ່ສະໜິດແໜ້ນລະຫວ່າງສອງກໍາລັງ, ສອງກອງທັບ ແລະສອງປະເທດ. ນີ້ແມ່ນພື້ນຖານສຳຄັນເພື່ອສ້າງເສັ້ນຊາຍແດນຫວຽດນາມ-ລາວ ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ; ປະກອບສ່ວນຮັກສາອະທິປະໄຕ, ຮັກສາຄວາມໝັ້ນຄົງແຫ່ງຊາດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສະຖຽນລະພາບຂອງພາກພື້ນ ແລະນ້ຳໃຈສາມັກຄີແບບພິເສດຫວຽດນາມ-ລາວ.
ໂດຍ: ທູຈາງ