ທີ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະສັນໂດຍຕີລາຄາວ່າ: ໃນໄລຍະມໍ່ໆມານີ້, ສະພາບຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຢູ່ບັນດາແຂວງທິດຕາເວັນຕົກສ່ຽງເໜືອຂອງຫວຽດນາມ ແລະບັນດາແຂວງພາກເໜືອຂອງລາວ ໄດ້ມີສະຖຽນລະພາບໂດຍພື້ນຖານ, ແຕ່ຍັງຊ້ອນແຝງຫຼາຍປັດໄຈສັບສົນ ແລະຍາກທີ່ຈະຄາດຄະເນໄດ້.

ສອງຝ່າຍຍັງໄດ້ແລກປ່ຽນຂໍ້ມູນຂ່າວສານ, ສະພາບການກ່ຽວຂ້ອງເຖິງວຽກງານຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນ, ດ່ານຊາຍແດນ; ເຫັນດີເພີ່ມທະວີການສົມທົບກັນໃນການຕໍ່ສູ້ຕ້ານອາດຊະຍາກຳປະເພດຕ່າງໆ, ພ້ອມກັນຕີລາຄາໝາກຜົນ ແລະເຫັນດີເປັນເອກະພາບຕໍ່ແຜນການຕໍ່ສູ້ໃນໄລຍະຈະມາເຖິງ.

leftcenterrightdel
ສອງກົມກອງລົງນາມບົດບັນທຶກຊ່ວຍຈໍາ. ພາບ: bienphong.com.vn

ສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ລົງນາມບົດບັນທຶກຊ່ວຍຈໍາ, ໃນນັ້ນເຫັນດີເປັນເອກະພາບບັນດາເນື້ອໃນພື້ນຖານ ວ່າດ້ວຍທິດທາງ ແລະວຽກງານສົມທົບກັນລະຫວ່າງສອງກໍາລັງໃນໄລຍະຈະມາເຖິງ. ລະອຽດ, ຮັກສາສາຍພົວພັນມິດຕະພາບແບບພິເສດ, ແລກປ່ຽນກ່ຽວກັບວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກຳຢູ່ເຂດຊາຍແດນ, ດ່ານຊາຍແດນຢ່າງເປັນປະຈໍາ, ເປັນເຈົ້າການແບ່ງປັນຂໍ້ມູນຂ່າວສານ ແລະສະພາບການທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງດ້ານການເມືອງ, ຄວາມປອດໄພ,  ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ສືບຕໍ່ເພີ່ມທະວີຍູ້ແຮງການແລກປ່ຽນຂໍ້ມູນຂ່າວສານ, ເປັນເອກະພາບຕໍ່ແຜນການຕໍ່ສູ້, ສະກັດກັ້ນກົນອຸບາຍເລ່ລ່ຽມຂອງອິດທິກໍາລັງປໍລະປັກ ໃຫ້ມີປະສິດທິຜົນ; ສົມທົບກັນແກ້ໄຂຢ່າງທັນການ, ບໍ່ປະໃຫ້ຕົກຢູ່ທ່າຮັບບັງເອີນ.

ພາຍຫຼັງກອງປະຊຸມ, ຄະນະປະຕິບັດງານຂອງກອງບັນຊາການທະຫານຊາຍແດນແຂວງເຊີນລາ ໄດ້ໄປຢ້ຽມຢາມ, ເຂົ້າຢ້ຽມຂໍ່ານັບ ແລະມອບຂອງຂວັນໃຫ້ແກ່ພະນັກງານ, ນັກຮົບກອງບັນຊາການທະຫານແຂວງຫຼວງພະບາງ.

ໂດຍ: ທູຈາງ