ການລາດຕະເວນສອງຝ່າຍຢູ່ເສັ້ນຊາຍແດນຫວຽດນາມ-ລາວ
ກປ.ອອນໄລ - ວັນທີ 18 ທັນວາ, ຄ້າຍທະຫານຊາຍແດນ ຈ່ຽງເຕືອງ, ກອງບັນຊາການທະຫານຊາຍແດນແຂວງເຊີນລາ ໄດ້ສົມທົບກັບກອງຮ້ອຍທະຫານຊາຍແດນ 213, 214 ຂຶ້ນກັບກອງບັນຊາການທະຫານແຂວງຫົວພັນ, ປະເທດລາວ ໄດ້ດຳເນີນການລາດຕະເວນສອງຝ່າຍ ຢູ່ເສັ້ນຊາຍແດນຫວຽດນາມ-ລາວ.
    |
 |
|
ກໍາລັງສອງຝ່າຍດໍາເນີນການລາດຕະເວນ ຢູ່ເສັ້ນຊາຍແດນຫວຽດນາມ-ລາວ. ພາບ: baosonla.vn |
ໃນການລາດຕະເວນ, ກຳລັງຂອງສອງຝ່າຍໄດ້ດໍາເນີນການກວດກາສະພາບການເສັ້ນຊາຍແດນ, ສະພາບຄວາມປອດໄພຂອງລະບົບຫຼັກໝາຍຊາຍແດນແຫ່ງຊາດແຕ່ຫຼັກໝາຍທີ 240 ຮອດຫຼັກໝາຍທີ 247; ກວດກາລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ. ພ້ອມທັງ ແລກປ່ຽນສະພາບຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ; ບັນດາກົມກອງໄດ້ຈັດການຖາງຫຍ້າເສັ້ນທາງລາດຕະເວນ ແລະທຳຄວາມສະອາດເຂດອ້ອມຂ້າງຫຼັກໝາຍຊາຍແດນ; ໂຄສະນາເຜີຍແຜ່ໃຫ້ແກ່ປະຊາຊົນສອງຟາກຊາຍແດນຍົກສູງຄວາມຮັບຮູ້ໃນການປົກປັກຮັກສາ ແລະປະຕິບັດຕາມກົດລະບຽບຊາຍແດນ, ຫຼັກໝາຍຊາຍແດນ, ຜືນແຜ່ນດິນ.
    |
 |
|
ພະນັກງານ, ນັກຮົບສອງຝ່າຍກວດກາສະພາບຫຼັກໝາຍຊາຍແດນທີ 240 ຢູ່ເສັ້ນຊາຍແດນຫວຽດນາມ-ລາວ. ພາບ: baosonla.vn |
ຜ່ານການກວດກາສະແດງໃຫ້ເຫັນວ່າ ເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນຍັງຄົງຮັກສາສະພາບເດີມ, ບໍ່ມີສັນຍານຍົກຍ້າຍ ຫຼື ເປ່ເພ. ປະຊາຊົນຢູ່ສອງຟາກຊາຍແດນຮັກສາການຜະລິດ ແລະພັດທະນາເສດຖະກິດຢ່າງໝັ້ນຄົງ, ປະຕິບັດຕາມບັນດາເອກະສານນິຕິກຳວ່າດ້ວຍຊາຍແດນຫວຽດນາມ - ລາວ ໃຫ້ເປັນຢ່າງດີ, ມີສະຕິລະວັງຕົວປົກປັກຮັກສາຫຼັກໝາຍຊາຍແດນ. ໃນການລາດຕະເວນ, ບໍ່ພົບເຫັນການເຄື່ອນໄຫວຍົກຍ້າຍທີ່ຢູ່ອາໄສຕາມລຳພັງໃຈ, ຂຸດຄົ້ນປ່າໄມ້ຜິດກົດໝາຍ, ຫຼື ການກະທໍາລະເມີດກົດລະບຽບຊາຍແດນ.
    |
 |
|
ຄ້າຍທະຫານຊາຍແດນຈ່ຽງເຕືອງ ແລະກອງຮ້ອຍທະຫານຊາຍແດນ 213 ຂຶ້ນກັບກອງບັນຊາການທະຫານແຂວງຫົວພັນ, ປະເທດລາວ ເຊັນບົດບັນທຶກຮັບຮູ້ຜົນການລາດຕະເວນສອງຝ່າຍ. ພາບ: baosonla.vn |
ສິ້ນສຸດການລາດຕະເວນ, ສອງຝ່າຍໄດ້ດໍາເນີນການຖອດຖອນບົດຮຽນ, ແລກປ່ຽນແຜນນະໂຍບາຍ, ມາດຕະການສົມທົບກັນ, ເຫັນດີເປັນເອກະພາບກ່ຽວກັບເວລາ, ຈໍານວນພົນໃຫ້ແກ່ການລາດຕະເວນຄັ້ງຕໍ່ໄປ ແລະເຊັນບົດບັນທຶກຮັບຮູ້ຜົນການລາດຕະເວນສອງຝ່າຍ.
ໂດຍ: ທູຈາງ