ຢູ່ບ້ານຕູ່ງເຮືອງ, ຕາແສງຕາມກວາງ, ແມ່ຕູ້ ໂລທິເລີ້ຍ ເຄີຍອາໄສຢູ່ເຮືອນຊົ່ວຄາວ, ຊຸດໂຊມມາເປັນເວລາຫຼາຍປີ. ຍ້ອນສະພາບຄອບຄົວຫຍຸ້ງຍາກ, ແມ່ຕູ້ ຕ້ອງລ້ຽງລູກຂອງລູກສາວ ນັບແຕ່ອາຍຸ 4 ເດືອນ. ເຮືອນຫຼັງນ້ອຍໆທີ່ຊຸດໂຊມ ບໍ່ສາມາດກັນແດດກັນຝົນແມ່ນເປັນຄວາມກັງວົນຕະຫຼອດມາຂອງແມ່ຕູ້ກັບຫຼານ. ຍ້ອນການຊ່ວຍເຫຼືອຂອງພະນັກງານຄ້າຍທະຫານຊາຍແດນຕາມກວາງ, ແມ່ຕູ້ ເລີ້ຍ ຈຶ່ງໄດ້ມີເຮືອນຫຼັງໃໝ່ຖາວອນ. ໃນມື້ຮັບເຮືອນໃໝ່, ຄູ່ດວງຕາທີ່ຫ່ຽວແຫ້ງຂອງ ແມ່ຕູ້ ໄດ້ສ່ອງແສງໄປດ້ວຍຄວາມສຸກໃນຂະນະທີ່ ແມ່ຕູ້ ໄດ້ຈູງມືຫຼານຍ່າງເຂົ້າໄປໃນເຮືອນທີ່ແໜ້ນໜາຖາວອນ. ແມ່ຕູ້ ໄດ້ແບ່ງປັນວ່າຈາກນີ້ໄປ, ຕົນເອງບໍ່ມີຄວາມກັງວົນ, ເປັນຫ່ວງເປັນໄຍນໍາຝົນຕົກຟ້າລົມອີກແລ້ວ.
    |
 |
|
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນໂມນເຊີນ ເຂົ້າຮ່ວມກໍ່ສ້າງເຮືອນຊ່ວຍປະຊາຊົນຢູ່ຕາແສງໂມນເຊີນ, ແຂວງເງະອານ. ພາບ: qdnd.vn |
ທ່ານພັນໂທ ຫງວຽນງອັກເຕິນ, ພະນັກງານການເມືອງ ຄ້າຍທະຫານຊາຍແດນຕາມກວາງ ໃຫ້ຮູ້ວ່າ ການໜູນຊ່ວຍພໍ່ແມ່ປະຊາຊົນກໍ່ສ້າງເຮືອນຢູ່ແມ່ນແຜນນະໂຍບາຍຂອງກົມກອງ. ຕາມທ່ານແລ້ວ, ການຊ່ວຍເຫຼືອປະຊາຊົນໃຫ້ມີບ່ອນດຳລົງຊີວິດທີ່ໝັ້ນຄົງທັງເປັນການປະກອບສ່ວນຮັບປະກັນຊີວິດສັງຄົມ ທັງປັບປຸງຄວາມໝັ້ນຄົງຢູ່ເຂດຊາຍແດນອີກດ້ວຍ. ສະນັ້ນ, ໃນໄລຍະຜ່ານມາ, ກົມກອງ ຈຶ່ງໄດ້ລະດົມແຫຼ່ງຊັບພະຍາກອນມະນຸດ ແລະກຳລັງວັດຖຸໃຫ້ໄດ້ຢ່າງສຸດຂີດ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນກໍ່ສ້າງ ແລະສ້ອມແປງເຮືອນທີ່ຊຸດໂຊມໃຫ້ໄດ້ໄວເທົ່າທີ່ຈະໄວໄດ້.
ບໍ່ມີພຽງແຕ່ຄອບຄົວແມ່ຕູ້ ໂລທິເລີ້ຍ ເທົ່ານັ້ນ, ຍັງມີຄອບຄົວແມ່ຕູ້ ວຽງທິຕວ໊ຽດ ຢູ່ບ້ານດຽວກັນກໍ່ມີຄວາມຕື້ນຕັນໃຈທີ່ສຸດໃນມື້ທີ່ເຂົ້າມາຢູ່ເຮືອນໃໝ່. ຜົວເມຍ ແມ່ຕູ້ ຕວ໊ຽດ ອາຍຸສູງແລ້ວ, ບໍ່ມີລູກທີ່ຈະເພິ່ງພາອາໄສ, ແລະຢູ່ເຮືອນທີ່ຊຸດໂຊມມາເປັນເວລາຫຼາຍປີ. ໃນລະດູຝົນ, ເຂົາເຈົ້າ ຕ້ອງໄດ້ພາກັນໄປລີ້ຢູ່ແຈເຮືອນເພື່ອບໍ່ໃຫ້ນໍ້າຮົ່ວໄຫຼຕົກມາໃສ່. ຄວາມໃຝ່ຝັນຢາກມີເຮືອນທີ່ແໜ້ນໜາຖາວອນເບິ່ງຄືວ່າຍັງໄກແທ້, ແຕ່ມາຮອດປະຈຸບັນຄວາມຝັນນັ້ນໄດ້ກາຍເປັນຄວາມຈິງ ຍ້ອນມີການຊ່ວຍເຫຼືອດຈາກໜ່ວຍນາຍຊ່າງຂອງຄ້າຍທະຫານຊາຍແດນຕາມກວາງ. ໜ່ວຍນາຍຊ່າງລວມມີ ພະນັກງານ, ນັກຮົບຂອງຄ້າຍ ແລະປະຊາຊົນທ້ອງຖິ່ນຈໍານວນໜຶ່ງ, ຍາມໃດກໍ່ພ້ອມທີ່ຈະໜູນຊ່ວຍການຂົນສົ່ງວັດສະດຸ, ປະກອບສ່ວນເຮັດວຽກໃນແຕ່ລະວັນເພື່ອຊ່ວຍພໍ່ແມ່ປະຊາຊົນກໍ່ສ້າງ, ສ້ອມແປງເຮືອນ ແລະກິດຈະກຳກໍ່ສ້າງເພື່ອຮັບໃຊ້ຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນ.
ທ່ານ ຟ້າມແມ້ງຮືງ, ຮອງຫົວໜ້າຂະແໜງວັດທະນະທຳ ແລະສັງຄົມ, ສະພາປະຊາຊົນຕາແສງຕາມກວາງ ໃຫ້ຮູ້ວ່າ, ໃນວິວັດການຜັນຂະຫຍາຍການໜູນຊ່ວຍປະຊາຊົນກໍ່ສ້າງເຮືອນ, ອຳນາດການປົກຄອງທ້ອງຖິ່ນຍາມໃດກໍ່ໄດ້ຮັບການຮ່ວມເດີນທາງ, ການຊ່ວຍເຫຼືອຢ່າງມີປະສິດທິຜົນຈາກບັນດາອົງການ, ກົມກອງ, ຜູ້ມີໃຈບຸນໃຈກຸສົນ ແລະຄ້າຍທະຫານຊາຍແດນຕາມກວາງ. ເຮືອນຢູ່ທີ່ “ແໜ້ນໜາຖາວອນ” ໄດ້ຊ່ວຍໃຫ້ປະຊາຊົນມີຄວາມອຸ່ນອ່ຽນໃຈກວ່າ, ຈາກນັ້ນສ້າງກໍາລັງໜູນເພື່ອພັດທະນາເສດຖະກິດຄອບຄົວ ແລະປະກອບສ່ວນປົກປັກຮັກສາບໍລິເວນດັ່ງກ່າວ.
ຢູ່ຕາແສງນາງອຍ, ເຊິ່ງເປັນບ່ອນທີ່ມີອັດຕາຄອບຄົວທຸກຍາກກວມເອົາຫຼາຍກວ່າ 50%, ການຮ່ວມແຮງຮ່ວມໃຈຂອງຄະນະພັກ, ອຳນາດການປົກຄອງ ແລະພະນັກງານ, ນັກຮົບຄ້າຍທະຫານຊາຍແດນນາງອຍ ໄດ້ນຳມາເຊິ່ງການປ່ຽນແປງຢ່າງຕັ້ງໜ້າ. ມາຮອດປະຈຸບັນ, ຄອບຄົວທຸກຍາກ 129 ຄອບຄົວ ແລະໃກ້ທຸກຍາກໄດ້ຮັບການໜູນຊ່ວຍກໍ່ສ້າງ ແລະສ້ອມແປງເຮືອນຢູ່. ນີ້ແມ່ນແຫຼ່ງລະດົມກໍາລັງໃຈທີ່ແທດຈິງເພື່ອໃຫ້ພໍ່ແມ່ປະຊາຊົນຕັ້ງຖິ່ນຖານ ແລະສ້າງຄວາມສະໜິດຕິດພັນກັບເຂດຊາຍແດນບ້ານເກີດເມືອງນອນ. ອ້າຍ ຢາບ໊າລື ຢູ່ບ້ານກາເຢື໊ອຍ ເລົ່າວ່າ ແຕ່ລະເທື່ອທີ່ຝົນຕົກນັ້ນຫຼັງຄາກໍ່ຮົ່ວໂລດ, ມື້ໜຶ່ງມີຝົນຕົກໜັກ, ທັງຄອບຄົວຕ້ອງໄດ້ໄປຂໍອາໄສຢູ່ນຳເພິ່ນ. ຍ້ອນມີຄວາມຫຍຸ້ງຍາກຫຼາຍຢ່າງ, ສະນັ້ນຄວາມໃຝ່ຝັນຢາກມີເຮືອນຢູ່ທີ່ແໜ້ນໜາຖາວອນຈຶ່ງບໍ່ເຄີຍເປັນຈິງ. ດ້ວຍຄວາມເຂົ້າໃຈຕໍ່ສະພາບການດັ່ງກ່າວ, ອຳນາດການປົກຄອງທ້ອງຖິ່ນ ແລະທະຫານຊາຍແດນ ໄດ້ຕັດສິນໃຈໜູນຊ່ວຍກໍ່ສ້າງເຮືອນໃໝ່ໃຫ້ຄອບຄົວອ້າຍ ລື. ມື້ຂຶ້ນເຮືອນໃໝ່, ອ້າຍນ້ອງ, ພີ່ນ້ອງ ແລະພໍ່ແມ່ປະຊາຊົນທີ່ຢູ່ໃກ້ຄຽງໄດ້ມາສະແດງຄວາມຍິນດີຮ່ວມກັບຄອບຄົວອ້າຍ ລື ເພາະວ່າແຕ່ນີ້ຕໍ່ໄປຄອບຄົວມີເຮືອນຢູ່ຖາວອນ.
ສຳລັບພະນັກງານ, ນັກຮົບທະຫານຊາຍແດນແຂວງເງະອານ, ການໜູນຊ່ວຍພໍ່ແມ່ປະຊາຊົນຢູ່ເຂດຊາຍແດນໃຫ້ມີການດໍາລົງຊີວິດເປັນປົກກະຕິແມ່ນໜ້າທີ່ທີ່ມີຄວາມໝາຍຍຸດທະສາດໃນການສ້າງທ່າສະໜາມທົ່ວປວງຊົນປ້ອງກັນຊາຍແດນ. ທ່ານພັນເອກພິເສດ ເຈິ່ນດັງຄວາ, ຮອງຫົວໜ້າການເມືອງທະຫານຊາຍແດນແຂວງເງະອານ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ກໍາລັງທະຫານຊາຍແດນໄດ້ລະດົມພະນັກງານ, ນັກຮົບກວ່າ 3.000 ຄົນ ເຂົ້າຮ່ວມການກໍ່ສ້າງເຮືອນໃໝ່ 110 ຫຼັງ, ສ້ອມແປງເຮືອນໃຫ້ 474 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ. ຈາກໝາກຜົນດັ່ງກ່າວ, ທະຫານຊາຍແດນແຂວງເງະອານ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບອຳນາດການປົກຄອງທ້ອງຖິ່ນ ແລະອົງການຈັດຕັ້ງ, ຜູ້ມີໃຈບຸນໃຈກຸສົນເພື່ອຊ່ວຍໃຫ້ຫຼາຍຄອບຄົວຢູ່ເຂດຊາຍແດນ ມີບ່ອນຢູ່ພັກພາອາໄສທີ່ຖາວອນ ແລະມີຄວາມເຊື່ອໝັ້ນໃນຊີວິດ.
ໂດຍ: ເຈິ່ນຮວ່ຽນ