ກອງບັນຊາການທະຫານແຂວງເຊີນລາ ພົບປະແລກປ່ຽນປະຈຳປີ ກັບກອງບັນຊາການທະຫານແຂວງອຸດົມໄຊ ແລະແຂວງຫຼວງພະບາງ
ກປ.ອອນໄລ - ໃນລະຫວ່າງວັນທີ 18-21 ພະຈິກ 2025, ຄະນະຜູ້ແທນກອງບັນຊາການທະຫານແຂວງເຊີນລາ ນໍາໂດຍທ່ານພັນເອກພິເສດ ຊາມີງເຫງຍ, ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງເຊີນລາ ໄດ້ໄປຢ້ຽມຢາມ ແລະພົບປະແລກປ່ຽນປະຈຳປີກັບກອງບັນຊາການທະຫານແຂວງອຸດົມໄຊ ແລະແຂວງຫຼວງພະບາງ, ສປປ ລາວ.
ທີ່ກອງປະຊຸມຕ່າງໆ, ກອງບັນຊາການທະຫານແຂວງເຊີນລາ ກັບກອງບັນຊາການທະຫານແຂວງອຸດົມໄຊ ແລະແຂວງຫຼວງພະບາງ ເຫັນດີເປັນເອກະພາບຕີລາຄາໝາກຜົນການປະຕິບັດບົດບັນທຶກຊ່ວຍຈຳໃນປີ 2025.
    |
 |
|
ກອງບັນຊາການທະຫານແຂວງເຊີນລາ ລົງນາມບົດບັນທຶກຊ່ວຍຈຳກັບກອງບັນຊາການທະຫານແຂວງອຸດົມໄຊ ແລະແຂວງຫຼວງພະບາງ ໃນປີ 2026. ພາບ: ທໍ້ເຊີນ |
ໃນໄລຍະຈະມາເຖິງ, ກອງບັນຊາການທະຫານແຂວງເຊີນລາ ກັບກອງບັນຊາການທະຫານແຂວງອຸດົມໄຊ ແລະແຂວງຫຼວງພະບາງ ກໍານົດຈະສືບຕໍ່ໂຄສະນາຢ່າງເລິກເຊິ່ງກວ້າງຂວາງລະຫວ່າງພະນັກງານ, ນັກຮົບກໍາລັງປະກອບອາວຸດ ແລະປະຊາຊົນກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ເວົ້າລວມ, ລະຫວ່າງແຂວງເຊີນລາ ກັບ ແຂວງອຸດົມໄຊ ແລະແຂວງຫຼວງພະບາງ ເວົ້າສະເພາະ. ພ້ອມທັງແລກປ່ຽນຂໍ້ມູນຂ່າວສານຢ່າງເປັນປະຈຳ, ເປັນເຈົ້າການກໍາແໜ້ນສະພາບການ, ເປັນເອກະພາບແກ້ໄຂບັນຫາສັບສົນກ່ຽວກັບຄວາມໝັ້ນຄົງດ້ານການເມືອງ, ສັງຄົມຢູ່ເຂດຊາຍແດນ; ຕັ້ງໜ້າໂຄສະນາ, ຂົນຂວາຍປະຊາຊົນປະຕິບັດກົດລະບຽບຊາຍແດນຢ່າງເຂັ້ມງວດ, ຮັກສາລະບອບພົບປະແລກປ່ຽນປະຈໍາປີ, ຜັດປ່ຽນຂັ້ນກອງບັນຊາການທະຫານແຂວງ ໃນປີ 2026, ປະກອບສ່ວນສ້າງເສັ້ນຊາຍແດນ ຫວຽດນາມ-ລາວ ໃຫ້ສະຖຽນລະພາບ ແລະພັດທະນາຢ່າງຮອບດ້ານ. ທີ່ກອງປະຊຸມຕ່າງໆ, ກອງບັນຊາການທະຫານແຂວງເຊີນລາ ໄດ້ລົງນາມບົດບັນທຶກຊ່ວຍຈຳກັບກອງບັນຊາການທະຫານແຂວງອຸດົມໄຊ ແລະແຂວງຫຼວງພະບາງ ໃນປີ 2026.
ໂດຍ: ເຈິ່ນຮວ່ຽນ